ໃນຂອບເຂດງານວາງສະແດງພາບສີຂັດມັນ ແລະພາບສິລະປະ ຫວຽດນາມ ພວມດຳເນີນໄປແຕ່ວັນທີ 14-18 ທັນວາ              ຢູ່ ນະຄອນ Melbourne ປະເທດ ອົດສະຕາລີ.

leftcenterrightdel
ແຂກຢ້ຽມຊົມງານວາງສະແດງພາບສີຂັດມັນ ແລະພາບສິລະປະຂອງຫວຽດນາມ. ພາບ: vov.vn

ງານວາງສະແດງຄັ້ງນີ້ ໄດ້ວາງສະແດງພາບສີຂັດມັນ 10 ແຜ່ນ ແລະພາບສິລະປະ 70 ແຜ່ນຂອງນັກຈິດຕະກອນທີ່ມີຊື່ສຽງຫຼາຍຄົນ.  ໃນນັ້ນມີພາບສີຂັດມັນບາງແຜ່ນແມ່ນຂອງບັນດາຈິດຕະກອນທີ່ມີຊື່ສຽງໂດ່ງດັງໃນພື້ນຖານວິຈິດສິນຫວຽດນາມ ຄື: ຈິດຕະກອນ ເຈີນວັນເກີ໋ນ, ຫງວຽນຊາງ, ຫງວຽນຕືງຽມ, ຟານເກອານ.. ພ້ອມກັບພາບສິລະປະຫຼາຍແຜ່ນທີ່ຍາດໄດ້ລາງວັນຂອງຫວຽດນາມ ກ່ຽວກັບມໍລະດົກ, ອ່າວຮ້າລອງ, ປ່າສະຫງວນແຫ່ງຊາດ ຟອງຍາແກ໋ບາງ, ວັດທະນະທຳຄ້ອງບ້າງເຂດໄຕງວຽນ… ທ່ານນາງ ເຈີນທິທູດົງ, ຮອງຫົວໜ້າກົມວິຈິດສິນ, ຖ່າຍຮູບ ແລະວາງສະແດງສັງກັດກະຊວງວັດທະນະທຳກິລາ ແລະທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າປາດຖະໜາວ່າ ຜ່ານການເຄື່ອນໄຫວວາງສະແດງທີ່ເຕັມໄປດ້ວຍຄວາມໝາຍນີ້ຈະເປັນການເຊື່ອມຕໍ່ນ້ຳໃຈມິດຕະພາບ, ສ້າງຄວາມສົນໃຈນິຍົມ ແລະປາດຖະໜາຢາກຊອກຮູ້, ຄົ້ນຫາກ່ຽວກັບສິລະປະ ແລະການໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ເພື່ອເຮັດໃຫ້ຊາວອົດສະຕາລີ ທີ່ນິຍົມສິລະປະ ກໍ່ຄືເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບສິລະປະພາບສີຂັດມັນ ແລະບັນດາມໍລະດົກວັດທະນະທຳຫວຽດນາມກວ່າ”.

ແຫຼ່ງຄັດຈາກ: vovworld.vn