ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງຜູ້ຕາງໜ້າຂອງບໍລິສັດ Viettravel ແນະນຳກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ, ຄວາມສາມາດບົ່ມຊ້ອນ ແລະການເຕີບໂຕໃນຊຸມປີຜ່ານມາ ແລະບັນດາຜະລິດຕະພັນການທ່ອງທ່ຽວແນໃສ່ຕອບສະໜອງຄວາມຕ້ອງການຂອງແຫຼ່ງນັກທ່ອງທ່ຽວລະດັບສູງທີ່ມາຈາກ ຄູເວດ ແລະບັນດາປະເທດເຂດອ່າວ. ກອງປະຊຸມສຳມະນາ ກໍ່ໄດ້ຮັບຟັງຜູ້ຕາງໜ້າຂອງບໍລິສັດ Emirates Airlines ແລະ Quatar Airways ແນະນຳບັນດາສາຍການບິນຂອງ 2 ບໍລິສັດການບິນຈາກ ຄູເວດ ໄປຍັງຫວຽດນາມ ແລະຄວາມສາມາດໜູນຊ່ວຍລາຄາຊື້ປີ້ຍົນສຳລັບບັນດາ tour ໄປຈາກຄູເວດ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ. ພາບ: cand.com.vn.

ພາຍຫລັງກອງປະຊຸມສຳມະນາ, ສະຖານທູດຫວຽດນາມ ປະຈຳ ຄູເວດ ໄດ້ສົມທົບກັບ Viettravel ແລະ Souk Safa - ບໍລິສັດທ່ອງທ່ຽວໃຫຍ່ທີ່ສຸດຂອງຄູເວດ ຈັດຕັ້ງການເຄື່ອນໄຫວໂຄສະນາໂດຍກົງເຖິງປະຊາຊົນຄູເວດ ຄື: ແນະນຳບັນດາ tour ທ່ອງທ່ຽວດ້ວຍລາຄາຖືກ, ແນະນຳອາຫານການກິນ ແລະລາຍການດົນຕີພື້ນເມືອງຫວຽດນາມ ຢູ່ Avenues Mall – ສູນການຄ້າໃຫຍ່ສຸດຂອງຄູເວດ ດ້ວຍຈຳນວນແຂກ 600.000 ຄົນ/ອາທິດ.

ຂ່າວຈາກ: vovworld.vn