ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລກວັກແຢວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມຂອງຜູ້ປູກກາເຟ ແລະບັນດາວິສາຫະກິດປຸງແຕ່ງ, ດຳເນີນທຸລະກິດກ່ຽວກັບກາເຟໄດ້ນຳ ຫວຽດນາມ ກາຍເປັນປະເທດຢືນອັນດັບສອງກ່ຽວກັບການສົ່ງອອກກາເຟໃນໂລກ: “ວັນບຸນກາເຟ ຫວຽດນາມ ປີ 2018 ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂະແໜງກາເຟ ຫວຽດນາມ ເວົ້າລວມ ແລະແຂວງດັກນົງ ເວົ້າສະເພາະໄດ້ແນະນຳ ແລະໂຄສະນາຜະລິດຕະພັນກາເຟ ເຖິງເພື່ອນມິດສາກົນ ແລະພາຍໃນປະເທດ. ນີ້ແມ່ນໂອກາດສ້າງສາຍສຳພັນລະຫວ່າງຜູ້ຜະລິດກັບວິສາຫະກິດເພື່ອພັດທະນາບັນດາປະເພດກາເຟຢ່າງມີປະສິດທິຜົນ ແລະຍືນຍົງ”.

leftcenterrightdel
ການມອບໃບຍ້ອງຍໍໃຫ້ບຸກຄົນ ແລະຫົວໜ່ວຍມີການປະກອບສ່ວນຕັ້ງໜ້າທີ່ງານບຸນ. ພາບ: vovworld.vn.

ໃນວັນດຽວກັນຢູ່ແຂວງດັກນົງ ໄດ້ຈັດຕັ້ງກອງປະຊຸມສຳມະນາພັດທະນາຂະແໜງກາເຟຫວຽດນາມ ແບບຍືນຍົງ. ປະຈຸບັນ, ຫວຽດນາມ ມີເນື້ອທີ່ປູກກາເຟກ່ວາ 645.000 ເຮັກຕາ, ສະມັດຕະພາບເມັດກາເຟບັນລຸສະເລ່ຍ 2 ໂຕນ/ເຮັກຕາ. ປີ 2017, ລາຄາການສົ່ງອອກເມັດກາເຟຂອງ ຫວຽດນາມ ບັນລຸ 3,2 ຕື້ USD.

ແຫຼ່ງຄັດຈາກ: vovworld.vn