ງານວາງສະແດງໄດ້ແນະນຳເຖິງມະຫາຊົນກວ່າ 60 ພາບຖ່າຍ, ເອກະສານ, ວັດຖຸພັນໃນກຸ່ມເອກະສານແມ່ພິມສະໄໝລາດຂະວົງຫງວຽນ (1802 - 1945) ທີ່ໄດ້ຄວັດກ່ຽວກັບວິວັດທະນາການກໍ່ສ້າງ, ຂອບຂະໜາດ, ໂຄງສ້າງຂອງພະລາຊະວັງ ທັງລອງ ກໍ່ຄືເຂດພະລາຊະວັງ ທັງລອງ ໃນປະຫວັດສາດ.

leftcenterrightdel
ງານວາງສະແດງ “ພະລາຊະວັງ ທັງລອງ ຜ່ານແມ່ພິມສາໄໝລາດຊະວົງຫງວຽນ - ມໍລະດົກເອກະສານໂລກ”. ພາບ: baovanhoa.vn.

ຕອນບ່າຍວັນທີ 22 ພະຈິກ, ເປັນຄັ້ງທຳອິດທີ່ 13 ມໍລະກົດລະດັບຊາດພິເສດໄດ້ນຳສະເໜີຕໍ່ມະຫາຊົນນະຄອນຫຼວງໃນງານວາງສະແດງທີ່ມີຊື່ວ່າ “ມໍລະດົກລະດັບຊາດພິເສດຢູ່ຮ່າໂນ້ຍ” ເຊິ່ງດຳເນີນຢູ່ຫໍພິພິທະພັນຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນມໍລະດົກຫວຽດນາມ 23 ເດືອນພະຈິກ. ງານວາງສະແດງໄດ້ນຳສະເໜເອກະສານ, ວັດຖຸພັນກວ່າ 100 ຢ່າງກ່ຽວກັບ 13 ມໍລະດົກຮ່າໂນ້ຍ ເຊິ່ງນາຍົກລັດຖະມົນຕີ ຈັດເຂົ້າໃນບັນຊີມໍລະດົກລະດັບຊາດພິເສດຄື: ຮວ່າງແທ່ງທັງລອງ (ພະລາຊະວັງ ທັງລອງ), ວັນມ໋ຽວ - ກວັກຕືຢາມ (ມະຫາວິທະຍາໄລທຳອິດຢູ່ຫວຽດນາມ), ໜອງ ຮ່ວານກຽມ - ວິຫານ ຫງອັກເຊີນ, ວິຫານ ຟູ່ດົງ… ຜ່ານງານວາງສະແດງ, ມະຫາຊົນຈະມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າສະຖາປັດຕະຍາກຳ, ວັດທະນະທຳ, ປະຫວັດສາດ, ເຂດຂຸດຄົ້ນບູຮານຄະດີຂອງບັນດາມໍລະດົກພິເສດ, ຍົກສູງສະຕິປົກປັກຮັກສາມໍລະດົກ.

ຕອນບ່າຍວັນທີ 22 ເພະຈິກ, ຫໍພິພິທະພັນວິຈິດສິນດ່ານັ້ງ ໄດ້ສົມທົບກັບບັນດານັກສະສົມຢູ່ດ່ານັ້ງ ແລະເຂດພາກກາງຈັດວາງວາງສະແດງ “ຄວາມງາມຂອງເຄື່ອງປັ້ນດິນເຜົາໃນເມື່ອກ່ອນ”. ໃນງານໄດ້ສະແດງ, ແນະນຳເຖິງມະຫາຊົນເຄື່ອງປັ້ນດິນເຜົາ 100 ຢ່າງຄື: ໂຖ; ຈານ ຈູເດົ້າ, ຮູບປັ້ນດິນເຜົາ… ງານວາງສະແດງນີ້ຈະເປີດປະຕູຮອດວັນທີ 28 ພະຈິກ ຈຶ່ງຈະອັດລົງ.

ແຫຼ່ງຄັດຈາກ vovworld.vn