leftcenterrightdel
ຄັ້ງທຳອິດທີ່ ຫວຽດນາມ ຈັດຕັ້ງເວທີປາໄສຂັ້ນສູງການທ່ອງທ່ຽວຢູ່ຮ່າໂນ້ຍ. ພາບ: vnexpress.net.

ນີ້ແມ່ນເຫດການພົບປະ, ໂອ້ລົມສົນທະນາ ແລະເຈລະຈາລະດັບຊາດຄັ້ງທຳອິດຂອງຂະແໜງທ່ອງທ່ຽວ. ທີ່ເວທີປາໄສດັ່ງກ່າວ, ບັນດາຜູ້ແທນຈະປຶກສາຫາລືຫຼາຍບັນຫາຄື: ສ້າງໂຄງສ້າງຂະແໜງທ່ອງທ່ຽວຄືນໃໝ່ ແລະພັດທະນາການທ່ອງທ່ຽວຫວຽດນາມ ຕາມທິດມີຄຸນນະພາບ, ຍືນຍົງ; ໂຄສະນາ, ສົ່ງເສີມການທ່ອງທ່ຽວແຫ່ງຊາດ; ປັບປຸງນະໂຍບາຍການອອກວີຊາ - ມາດຕະການຊ່ວຍດຶງດູດແຂກທ່ອງທ່ຽວທີ່ມີຄຸນນະພາບສູງ; ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງສະຖານທີ່ທ່ອງທ່ຽວຕ່າງໆ - ມາດຕະການສຳລັບການພັດທະນາການທ່ອງທ່ຽວແບບຍືນຍົງ; ພື້ນຖານໂຄງລ່າງຂອງຂະແໜງການບິນ-ເງື່ອນໄຂແກ່ນສານເພື່ອພັດທະນາຂະແໜງທ່ອງທ່ຽວ; ດຶງດູດການລົງທຶນຈາກຕ່າງປະເທດສຳລັບການທ່ອງທ່ຽວຫວຽດນາມ; ຊັບພະຍາກອນມະນຸດຂະແໜງທ່ອງທ່ຽວຫວຽດນາມ ແລະການບໍລິການທ່ອງທ່ຽວ; ໝູນໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ ແລະຄຸ້ມຄອງການທ່ອງທ່ຽວ…

ແຫຼ່ງຄັດຈາກ: vovworld.vn