leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: kpl.gov.la

ຈາກ​ນັ້ນຄະນະ​ຜູ້​ແທນຫວຽດນາມ ກໍ​ໄດ້ພົບປະການເຊື່ອມໂຍງການທ່ອງທ່ຽວລະຫວ່າງ 3 ແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ, ຫລວງນໍ້າທາ ແລະແຂວງບໍ່ແກ້ວ ໂດຍສະເພາະແມ່ນບັນດານັກທຸລະກິດທັງພາກລັດ ແລະພາກເອກະຊົນທັງ​ເຊິ່ງສອງຝ່າຍໄດ້​ປຶກສາ​ຫາລື​ບັນຫາການເຊື່ອມໂຍງການທ່ອງທ່ຽວຮ່ວມກັນບົນພື້ນຖານສະເໝີພາບ, ມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະກັນເປັນຕົ້ນແມ່ນດ້ານການພັດທະນາການທ່ອງທ່ຽວ ເພື່ອປະກອບສ່ວນຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງທັງສອງຝ່າຍໃຫ້ຂະຫຍາຍຕົວ, ຮ່ວມກັນໂຄສະນາສົ່ງເສີມການທ່ອງທ່ຽວຂອງທັງສອງຝ່າຍ ເພື່ອດຶງດູດນັກທ່ອງທ່ຽວ, ແລກປ່ຽນນັກທ່ອງທ່ຽວ ແລະດ້ານສິລະປະ-ວັດທະນະທຳນຳກັນ, ສ້າງຕະຫລາດຮອງຮັບການທ່ອງທ່ຽວຮ່ວມກັນ, ພາຍໃຕ້ການຊ່ວຍເຫລືອຈາກລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນ, ເພີ່ມທະວິການຮ່ວມມືດ້ານໂຄສະນາຂ່າວສານທາງອີນເຕີແນັດ ເພື່ອໂຄສະນາຜະລິດຕະພັນການທ່ອງທ່ຽວ ແລະໂຄສະນາງານວາງສະແດງການທ່ອງທ່ຽວທ້ອງຖິ່ນຂອງທັງສອງຝ່າຍໃນໂອກາດວັນບຸນຕ່າງໆ ​ແລະບັນຫາ​ສຳຄັນ​ອື່ນໆ.

ໂອກາດ​ມາ​ຢ້ຽມຢາມ ​ແລະເຮັດ​ວຽກຢູ່ ສປປ.ລາວ ​ໃນ​ຄັ້ງນີ້ຄະນະ​ຜູ້​ແທນຫວຽດນາມ ​ໄດ້​ໄປ​ຢ້ຽມ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ສຳຄັນຈຳນວນ​ໜຶ່ງ​ຢູ່​ແຂວງອຸດົມ​ໄຊ ຕື່​ມອີກ.

ຂ່າວ: ຂປລ