ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດເອກະພາບຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2018) ແລະຊົມເຊີຍ “ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ”.

leftcenterrightdel
ງານມະໂຫລານວັດທະນະທຳສິລະປະຮູບແບບບ້ານວັດທະນະທຳ. ພາບ: ສໍານັກຂ່າວສານຫວຽດນາມ.

ງານມະໂຫລານຄັ້ງນີ້ແມ່ນເພື່ອແນໃສ່ແນະນຳບັນດາການດຳເນີນຊີວິດ, ສິລະປະພື້ນເມືອງທີ່ເປັນເອກະລັກສະເພາະມີຄວາມໃກ້ຊິດຕິດພັນຢ່າງແໜ້ນແຟ້ນກັບຊີວິດການເປັນຢູ່ຂອງບັນດາເຜົ່າໃນການອອກແຮງງານທຳການຜະລິດ ແລະສ້າງສາ, ປົກປັກຮັກສາປະເທດຊາດ.

ງານມະໂຫລານຄັ້ງນີ້ໄດ້ດຶງດູດ 9 ກອງວັດທະນະທຳສິລະປະມະຫາຊົນທີ່ມາຈາກ 36 ຮູບແບບ, ບ້ານວັດທະນະທຳພື້ນເມືອງຢູ່ບໍລິເວນແຂວງທ໊າຍງວຽນດ້ວຍບັນດາເນື້ອໃນຄື: ການສະແດງຄັດສະເໜີຕອນງານບຸນ; ສະແດງຊຸດອາພອນປະຈຳເຜົ່າ; ຄ້າຍວັດທະນະທຳ ແລະລາຍການສະແດງສິລະປະ…

ແຫຼ່ງຄັດຈາກ vovworld.vn