ຄະນະຜູ້ແທນບັນດາວິສາຫະກິດທ່ອງທ່ຽວຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວໂລກ (WTM) 2018 ໄດ້ດຶງດູດຄວາມສົນໃຈຂອງບັນດາລູກຄ້າທີ່ເຂົ້າຮ່ວມງານຕະຫຼາດນັດຊຶ່ງດຳເນີນແຕ່ວັນທີ 5 – 7 ພະຈິກ ຢູ່ສູນວາງສະແດງ Excel, ນະຄອນຫຼວງລອນດອນ, ລາຊະອານາຈັກອັງກິດ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ແຂກຢ້ຽມຊົມຮ້ານວາງສະແດງທີ່ງານຕະຫຼາດນັດສາກົນ WTM 2018. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານນາງ ຫງວຽນທິແທັງເຮືອງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ແຂກເຂົ້າຮ່ວມການຖະແຫຼງຂ່າວແນະນຳການທ່ອງທ່ຽວຫວຽດນາມ ຢູ່ສູນສື່ສານຂອງງານຕະຫຼາດນັດໄດ້ມີຄວາມປະທັບໃຈຕໍ່ການເຕີບໂຕແຕ່ 20% – 30% ໃນແຕ່ລະປີຂອງຂະແໜງການທ່ອງທ່ຽວ ຫວຽດນາມ, ຕໍ່ບັນດານະໂຍບາຍໃໝ່ ແລະບັນດາຜະລິດຕະພັນການທ່ອງທ່ຽວໃໝ່ຂອງບັນດາວິສາຫະກິດການທ່ອງທ່ຽວເຂົ້າຮ່ວມທີ່ງານຕະຫຼາດນັດປີນີ້.

ທີ່ການຖະແຫຼງຂ່າວແນະນຳການທ່ອງທ່ຽວຫວຽດນາມ, ແຂກເຂົ້າຮ່ວມມີຄວາມສົນໃຈ, ຕັ້ງຫຼາຍຄຳຖາມກ່ຽວກັບບັນດາປະເພດຜະລິດຕະພັນທ່ອງທ່ຽວຂອງຫວຽດນາມ, ກ່ຽວກັບບັນດາການປັບປຸງໃໝ່ຂອງຫວຽດນາມ ເພື່ອດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ຫວຽດນາມ ເມື່ອຮູ້ວ່າ ຫວຽດນາມ ໄດ້ຮັບການເລືອກເຟັ້ນແມ່ນຈຸດນັດພົບແຖວໜ້າໃນອາຊີ.

ໂດຍ: vovworld.vn