ນີ້ແມ່ນກອງປະຊຸມຄັ້ງທີ 2 ພາຍຫຼັງກອງປະຊຸມທີ່ໄດ້ຈັດຕັ້ງຢູ່ Jeonju (ສ ເກົາຫຼີ) ໃນເດືອນພະຈິກ 2016. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າຂອງ 35 ອົງການຈັດຕັ້ງໃນຂົງເຂດອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ມາຈາກ 16 ປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມເພື່ອແນໃສ່ເພີ່ມທະວີການແລກປ່ຽນ ແລະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບສາຍພົວພັນລະຫວ່າງມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະການພັດທະນາແບບຍືນຍົງ, ເພື່ອມອບສິດໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ເຂົ້າຮ່ວມການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸໃນພາກພື້ນ. ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນບົດຮຽນກ່ຽວກັບໂຄງການທີ່ກ່ຽວຂ້ອງເຖິງບົດບາດ ແລະຄວາມສາມາດບົ່ມຊ້ອນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ເພື່ອອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ; ສຶກສາອົບຮົມມໍລະດົກວັດທະນະທຳບໍ່ເປັນວັດຖຸ ເພື່ອພັດທະນາແບບຍືນຍົງ; ພັດທະນາບັນດານະຄອນ ແລະປະຊາຄົມຢ່າງຮອບດ້ານຜ່ານການໂຄສະນາກ່ຽວກັບມໍລະດົກວັດທະນະທໍາບໍ່ເປັນວັດຖຸ...

ກອງປະຊຸມຍັງມີວາລະປະຊຸມພິເສດກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຢູ່ຫວຽດນາມ.

ໂດຍ: ຫງວຽນກຸກ