ກຳແພງເມືອງຈີນໄດ້ສ້າງຂຶ້ນໃນຣາຊະວົງໂຈ ຫຼື ປະມານ 3 ພັນປີກ່ອນສ້າງດ້ວຍຫີນພູ, ຫີນຜາ, ປູດ້ວຍຫີນ, ສ້າງເປັນຈຸດເປັນປ້ອມທີ່ຄົດໂຄ້ງເງໄປຕາມສັນພູ ແລະຈອມພູສູງ ຢ່າງມີສິລະປະ ແລະເອກະລັກວັດທະນະທຳຂອງຊາວຈີນ.  ຕົກມາໃນປີ 221 ກ່ອນຄິສຕາຈັກ  ອິນຊີຮອງເຕ້ ໄດ້ທ້ອນໂຮມປະເທດເປັນອັນໜຶ່ງອັນດຽວກັນ,  ໄດ້ມີກຳລັງພົນທີ່ເຂັ້ມແຂງ ແລະໄດ້ສົ່ງກຳລັງພົນຢ່າງຫຼວງຫຼາຍ ເພື່ອໄປກໍ່ສ້າງກຳແພງດັ່ງກ່າວໃຫ້ເຊື່ອມຈອດກັນ,  ໂດຍມີຄວາມຍາວປະມານ 21.196 ກິໂລແມັດ  ເພື່ອປ້ອງກັນຂ້າເສີກເຂົ້າມາຮຸກຮານ,  ເນື່ອງຈາກວ່າທາງໃຕ້ຂອງກຳແພງເມືອງຈີນ  ແມ່ນເຜົ່າທີ່ທຳການຜະລິດກະສິກຳ,  ປູກຝັງລ້ຽງສັດ, ສ່ວນຢູ່ທາງເໜືອແມ່ນເຜົ່າລ້າສັດ,  ເມື່ອເຖິງຍາມລະດູໜາວເຜົ່າລ້າສັດອາຫານບໍ່ພຽງພໍ,  ຂາດສະບຽງອາຫານ, ແມ່ນໄດ້ເຂົ້າມາປຸ້ນສະດົມເຜົ່າທີ່ຢູ່ທາງໃຕ້ ເຊັ່ນ:  ຍາດຜູ້ຍິງ, ປຸ້ນເອົາຊັບສິນ, ປຸ້ນເອົາສະບຽງອາຫານ ແລະອື່ນໆ.

ກຳແພງເມືອງຈີນນອກຈາກເປັນສິ່ງປ້ອງກັນຈາກຂ້າເສີກແລ້ວດ້ານສັນກຳແພງຍັງໃຊ້ເປັນບ່ອນເກັບມ້ຽນສະບຽງອາຫານ  ແລະ ອາວຸດເສີກຕ່າງໆ ເພື່ອໃຊ້ໃນການໂຈມຕີສັດຕູທີ່ມາຮຸກຮານ.  ກຳແພງເມືອງຈີນ,  ໃນສະໄໝບໍ່ມີດິນໝື້ ແລະລະເບີດຖືວ່າກຳແພງທີ່ດີແໜ້ນໜາສາມາດປ້ອງກັນຂ້າເສີກໄດ້ເປັນຢ່າງດີ.

leftcenterrightdel
ກຳແພງເມືອງຈີນ. ພາບ: kpl.gov.la.

ມາເຖິງຣາຊະວົງມິງ ກໍ່ໄດ້ມີການກໍ່ສ້າງ  ແລະປັບປຸງກຳແພງເມືອງຈີນທີ່ຊຸດໂຊມຕື່ມອີກ,  ເວົ້າລວມແລ້ວຕະຫຼອດໄລຍະ 3 ພັນປີຜ່ານມາຄົນຈີນແມ່ນໄດ້ມີການປັບປຸງ  ແລະພັດທະນາກຳແພງເມືອງຈີນມາໂດຍຕະຫຼອດ.  ກຳແພງເມືອງຈີນເປັນທີ່ຮູ້ຈັກ  ແລະມີຊື່ສຽງເປັນສິ່ງມະຫັດສະຈັນຂອງໂລກ  ກໍ່ຍ້ອນວ່າເມື່ອ 3 ພັນປີກ່ອນໃນສະໄໝນັ້ນກຳລັງພົນ ແລະປະຊາກອນຍັງບໍ່ຫຼວງຫຼາຍ,  ແຕ່ກໍ່ສາມາດເຕົ້າໂຮມກຳລັງພົນມາສ້າງກຳແພງໄດ້.  ນີ້ສະແດງໃຫ້ເຫັນເຖິງນໍ້າໃຈຄວາມສາມັກຄີທີ່ຍິ່ງໃຫຍ່ ແລະມີຄວາມເສຍສະຫຼະສູງ.  ດັ່ງນັ້ນ, ຈຶ່ງຖືວ່າເປັນສິ່ງມະຫັດສະຈັນທີ່ສຸດຂອງໂລກ.

ມາເຖິງປັດຈຸບັນກຳແພງເມືອງຈີນ  ໄດ້ມີການພັດທະນາສິ່ງໃໝ່ໆເກີດຂຶ້ນ  ແລະໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນທາງດ້ານປະຫວັດສາດ, ເປັນສິ່ງມະຫັດສະຈັນຂອງໂລກ,  ໃຫ້ຄົນລຸ້ນຫລັງໄດ້ສຶກສາຄົ້ນຄວ້າຮໍ່າຮຽນ  ແລະສິ່ງສຳຄັນແມ່ນສາມາດສ້າງລາຍຮັບອັນມະຫາສານມາສູ່ປະເທດຊາດນຳອີກ.  ດັ່ງນັ້ນ, ເມື່ອທ່ານໃດມີໂອກາດໄດ້ໄປທ່ອງທ່ຽວປະເທດຈີນ  ຂໍເຊີນຊວນທ່ານໄປສຳພັດກັບບັນຍາກາດທິວທັດທຳມາຊາດທີ່ສວຍງາມຂອງກຳແພງເມືອງຈີນ, ພູຜາສູງຊັນ,  ຕ່ຳສູງສະຫລັບຊັບຊ້ອນກັນໄປ  ແລະຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ.

ຂ່າວ: ຂປລ