ງານມະໂຫລານຮູບເງົາສາກົນຮ່າໂນ້ຍ ປີນີ້ ໄດ້ເຕົ້າໂຮມບັນດາບົດປະພັນດີເລີດຂອງຮູບເງົາໃນໂລກ, ໃນນັ້ນມີທັງເລື່ອງຮູບເງົາ ຄຼາດສິກຂອງບັນດາຜູ້ກຳກັບທີ່ມີຊື່ສຽງ ແລະບັນດາເລື່ອງຮູບເງົາໃໝ່ທີ່ຫາກໍ່ໄດ້ຮັບລາງວັນອັນ.

leftcenterrightdel
ບັນດານັກສະແດງເຂົ້າຮ່ວມພິທີມອບລາງວັນງານມະໂຫລານຮູບເງົາສາກົນຮ່າໂນ້ຍ ຄັ້ງທີ 5 ພາບ: sggp.org.vn.

ຮູບເງົາເລື່ອງ “The Dark room” (ຫ້ອງມືດ) ຂອງຜູ້ກຳກັບ Rouhollah Hejazi (ອີຣານ) ຄວ້າໄດ້ລາງວັນຮູບເງົາເລື່ອງຍາວດີເລີດທີ່ສຸດ. ພ້ອມກັນນັ້ນຮູບເງົາເລື່ອງ “Su” (ນ້ຳ) ຂອງຜູ້ກຳກັບ Aizhana Kasyymbek (ກາຊັກສະຖານ) ຄວ້າໄດ້ລາງວັນຮູບເງົາເລື່ອງສັ້ນດີເລີດທີ່ສຸດ. ພ້ອມກັນນັ້ນຍັງມີຫລາຍລາງວັນທີ່ດູດດື່ມອີກ.

ລາງວັນນັກສະແດງຊາຍດີເດັ່ນທີ່ສຸດໄດ້ມອບໃຫ້ນັກສະແດງ Christian Bables (ຟີລິບປິນ) ແລະລາງວັນນັກສະແດງຍິງດີເດັ່ນທີ່ສຸດ ໄດ້ມອບໃຫ້ນັກສະແດງ ເຟືອງແອັງດ່າວ (ຫວຽດນາມ).

ລາງວັນຮູບເງົາຫວຽດນາມ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກຜູ້ຊົມໃນລາຍການຮູບເງົາຫວຽດນາມ ຍຸກປັດຈຸບັນໄດ້ແກ່ເລື່ອງ “ອ້າຍບ່າວຜູ້ເປັນເມຍຂອງນ້ອງ” ຂອງຜູ້ກຳກັບ Charlie Nguyen.

ແຫຼ່ງຄັດຈາກ: vovworld.vn