ນີ້ຈະແມ່ນໂອກາດເພື່ອໃຫ້ຂະແໜງການທ່ອງທ່ຽວຫວຽດນາມໄດ້ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ນະໂຍບາຍພັດທະນາການທ່ອງທ່ຽວ, ກໍ່ຄືການໂຄສະນາຕໍ່ແຂກທ່ອງທ່ຽວກ່ຽວກັບຄວາມສວຍສົດງົດງາມຂອງປະເທດຫວຽດນາມ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າຈັບອົກຈັບໃຈ ຄື: ອ່າວຮ້າລອງ, ກຸງເກົ່າແກ່ເຫວ້, ຄຸ້ມຖະໜົນເກົ່າໂຮ້ຍອານ, ລະບົບຖ້ຳຢູ່ຟອງຍາ - ແກ໋ບ່າງ, ຫຼືບັນດາຜະລິດຕະພັນທ່ອງທ່ຽວທີ່ໂດດເດັ່ນທາງດ້ານວັດທະນະທຳ ແລະອາຫານການກິນຂອງຫວຽດນາມ.

leftcenterrightdel
ບັນດາຜູ້ແທນ, ຜູ້ຕາງໜ້າວິສາຫະກິດ, ບໍລິສັດທ່ອງທ່ຽວອີຕາລີ ເຂົ້າຮ່ວມພິທີໄຂ: ພາບ:  ສໍານັກຂ່າວສານຫວຽດນາມ.

ພາກພື້ນເອີລົບຕາເວັນຕົກແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງການທ່ອງທ່ຽວຫວຽດນາມ. ຫວ່າງແລ້ວນີ້, ລັດຖະບານໄດ້ຕົກລົງຕໍ່ກຳນົດເວລາການຍົກເວັ້ນວີຊາເຂົ້າເມືອງຫວຽດນາມ ໃຫ້ແກ່ພົນລະເມືອງ 5 ປະເທດເອີລົບຕາເວັນຕົກ (ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະແອັດສະປາຍ) ໃນໄລຍະເວລາ 3 ປີ ເຊິ່ງເລີ່ມແຕ່ວັນທີ 1 ກໍລະກົດ 2018 – 30 ມິຖຸນາ 2020, ຜ່ານນັ້ນ ຈະປະກອບສ່ວນດຶງດູດນັກທ່ອງທ່ຽວທີ່ມາຈາກບັນດາປະເທດເຫຼົ່ານີ້ມາທ່ຽວຢູ່ຫວຽດນາມຫຼາຍກວ່າອີກ.

ນີ້ແມ່ນໂຄງການສົ່ງເສີມການທ່ອງທ່ຽວແຫ່ງຊາດໂດຍກົມໃຫຍ່ທ່ອງທ່ຽວເປັນເຈົ້າພາບຈັດຂຶ້ນ, ໂດຍມີການສົມທົບກັບກົມຮ່ວມມືສາກົນ, ສູນວັດທະນະທຳຫວຽດນາມ ປະຈຳຝລັ່ງຂື້ນກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ສະຖານທູດຫວຽດນາມປະຈຳບັນດາປະເທດເອີລົບຕາເວັນຕົກ ແລະບັນດາບໍລິສັດການບິນຕ່າງໆ.

ແຫຼ່ງຄັດຈາກ: vovworld.vn