leftcenterrightdel
ແຂກທ່ອງທ່ຽວສາກົນຢູ່ຄຸ້ມເມືອງເກົ່າໂຫ້ຍອານ, ແຂວງ ກວາງນາມ. ພາບ: vovworld.vn.

ວັນທີ 26 ກັນຍາ, ກົມໃຫຍ່ທ່ອງທ່ຽວ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳອິນໂດເນເຊຍ ຈັດຕັ້ງລາຍການແນະນຳການທ່ອງທ່ຽວຫວຽດນາມ - Roadshow ຢູ່ Bandung, ປະເທດ ອິນໂດເນເຊຍ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາລາຍການທີ່ແກ່ຍາວແຕ່ວັນທີ 23 – 29 ກັນຍາ ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ, ໂຄສະນາໃຫ້ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ສະໜິດສະໜົມ ແລະດູດດື່ມຢູ່ຕະຫຼາດບັນດາປະເທດອາຊຽນ, ໃນນັ້ນ, ໄດ້ສຸມໃສ່ເຂົ້າໃນຕະຫຼາດຟີລິບປິນ, ອິນໂດເນເຊຍ ແລະມາເລເຊຍ.

ທີ່ລາຍການ, ຄະນະຈັດຕັ້ງໄດ້ນຳມາໃຫ້ຜູ້ຊົມບັນດາຮູບພາບທີ່ສວຍງາມ, ດຶງດູດໃຈຂອງປະເທດຊາດ ແລະປະຊາຊົນຫວຽດນາມ ຜ່ານບັນດາວີດີໂອ ແລະບັນດາລາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຫວຽດນາມ. ໃນຂອບເຂດລາຍການ, ບັນດາການເຄື່ອນໄຫວພົບປະ, ການພົວພັນແລກປ່ຽນບົດຮຽນການເຄື່ອນໄຫວໃນຂົງເຂດທ່ອງທ່ຽວ ແລະການເຊື່ອມຕໍ່ມຸ່ງໄປເຖິງບັນດາການຮ່ວມມືໃນອະນາຄົດລະຫວ່າງບັນດາວິສາຫະກິດທ່ອງທ່ຽວຢູ່ສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ.

ແຫຼ່ງຄັດຈາກ: vovworld.vn