ນາງງາມ 43 ຄົນຕາງໜ້າໃຫ້ຄວາມງາມຂອງບັນດາເຂດ, ພາກໃນທົ່ວປະເທດທີ່ເຂົ້າຮ່ວມງານປະກວດນາງງາມຫວຽດນາມ ປີ 2018 ຮອບຊີງຊະນະເລີດໄດ້ຮັບການຕີລາຄາວ່າມີຄວາມສວຍງາມເກືອບເທົ່າທຽມກັນ ແລະມີປະສິດທິຜົນໃນການເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມໃນຂອບເຂດງານປະກວດໃນຕະຫຼອດເວລາ 3 ເດືອນຜ່ານມາ. ໄດ້ຜ່ານເຂົ້າຮອບ 25-15-10-5 ເທື່ອລະກ້າວ  ແລະສະແດງໃຫ້ເຫັນຄວາມປະທັບໃຈໃນການປະກວດພາກການປະພຶດ, ນາງງາມ ເຈິ່ນຕ້ຽວວີ ທີ່ມາຈາກແຂວງ ກວາງນາມສະແດງອອກໄດ້ຢ່າງດີເລີດກາຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ, ຄອງຕໍາແໜ່ງນາງງາມຫວຽດນາມ 2018 ດ້ວຍລາງວັນທີ່ມີມູນຄ່າ 500 ລ້ານດົ່ງ. ນາງງາມ ເຈິ່ນຕ້ຽວວີ ຈະແມ່ນຜູ້ຕາງໜ້າຂອງນາງສາວງາມຫວຽດນາມ ເຂົ້າຮ່ວມບັນດາງານ ປະກວດນາງສາວງາມສາກົນໃນໄລຍະຈະມາເຖິງ.

ນອກຈາກນັ້ນ, ຄະນະຈັດຕັ້ງຍັງມອບ 10 ນາມມະຍົດອື່ນໃຫ້ບັນດາຜູ້ເຂົ້າຮ່ວມງານປະກວດ.

leftcenterrightdel
ນາງງາມ ເຈິ່ນຕ້ຽວວີ ໄດ້ຄອງຕໍາແໜ່ງນາງງາມຫວຽດນາມ 2018. ພາບ: news.zing.vn. 
leftcenterrightdel
ນາງງາມ ບຸ່ຍເຟືອງງາ ໄດ້ຮັບຕຳແໜ່ງຮອງອັນດັບໜຶ່ງ. ພາບ: news.zing.vn. 
leftcenterrightdel
ນາງງາມ ເຈິ່ນຕ້ຽວວີ, ບຸ່ຍເຟືອງງາ ແລະຫງວຽນທິທຸ໋ຍອານ ຕາມລຳດັບໄດ້ຮັບນາມມະຍົດນາງງາມຫວຽດນາມ 2018 ແລະຮອງອັນດັບໜຶ່ງ, ຮອງອັນດັບສອງ. ພາບ: news.zing.vn. 

 

ໂດຍ: ຄໍາແພງ