ວັນບຸນໄດ້ດຳເນີນບັນດາການເຄື່ອນໄຫວຢ່າງຟົດຟື້ນ, ມີຄວາມໝາຍ ຄື: ມອບທຶນສຶກສາໃຫ້ນັກສຶກສາຂະແໜງຍີ່ປຸ່ນວິທະຍາ, ແນະນຳ ແລະຊອກຮູ້ກ່ຽວກັບຊຸດເສື້ອຍາວ, yukata,.... ພ້ອມກັບຮ້ານງານວາງສະແດງຕ່າງໆເຊິ່ງໄດ້ແນະນຳກ່ຽວກັບປະເທດຊາດ ແລະວັດທະນະທຳຍີ່ປຸ່ນ. ວັນບຸນກໍ່ດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະ, ອາຫານການກິນລະຫວ່າງນັກສຶກສາຂະແໜງຍີ່ປຸ່ນວິທະຍາຂອງໂຮງຮຽນ ແລະນັກສຶກສາຍີ່ປຸ່ນມາຮຽນຢູ່ຫວຽດນາມ.

leftcenterrightdel
ບັນດາຮ້ານງານວາງສະແດງທີ່ວັນບຸນໄດ້ດຶງດູດປະຊາຊົນ, ນັກສຶກສາມາຊອກຮູ້ເປັນຈຳນວນຫຼວງ ຫຼາຍ. ພາບ: ຮຸ່ງຄວາ.

ທ່ານ ຫງວຽນກົງແຕ໋ງ, ປະທານສະມາຄົມມິດຕະພາບ ຫວຽດນາມ-ຍີ່ປຸ່ນ ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ໄປຄຽງຄູ່ກັບການພັດທະນາກ່ຽວກັບການຮ່ວມມືດ້ານເສດຖະກິດແລ້ວ, ຂົງເຂດການພົບປະແລກປ່ຽນດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດກໍ່ໄດ້ຮັບການເພີ່ມທະວີໂດຍຜ່ານການຈັດຕັ້ງງານບຸນ ຫວຽດນາມ-ຍີ່ປຸ່ນ ປະຈຳປີ. ວັນບຸນ ຫວຽດນາມ-ຍີ່ປຸ່ນ ປີ 2018 ແມ່ນເພື່ອແນໃສ່ປະກອບສ່ວນພັດທະນາສາຍພົວພັນມິດຕະພາບອັນດີງາມ ແລະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນນະຄອນ ແລະຍີ່ປຸ່ນ”.

ໂດຍ: ທູຮັ່ງ