ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວຕ່າງປະເທດຈຸດສຸມຂອງຫວຽດນາມໃນປີ 2018 ເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໂຄສະນາເຜີຍແຜ່ຮູບພາບກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນອີກດ້ວຍ.

ຕາມນັ້ນແລ້ວ, ງານລາຕີວັດທະນະທຳຫວຽດນາມ ດ້ວຍຫົວຂໍ້ “ສີສັນຫວຽດນາມ” ໄດ້ດຳເນີນໃນຕອນຄ່ຳວັນທີ 12 ກັນຍາ ໃນຂອບເຂດງານລ້ຽງຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ບັນດາລາຍການໃນງານລາຕີທັງສະແດງສີສັນວັດທະນະທຳຂອງຊາດຫວຽດນາມ, ທັງມີເນື້ອໃນສິລະປະທີ່ເຕັມໄປດ້ວຍລັກສະນະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ສະແດງຄວາມເປັນເຈົ້າການ, ຕັ້ງໜ້າກະກຽມ ແລະເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4. ງານລາຕີວັດທະນະທຳຫວຽດນາມ ລວມມີ 3 ພາກ ຄື: “ຫວຽດນາມ - ບ້ານເກີດເມືອງນອນຂອງຂ້ອຍ”, “ການເຊື່ອມໂຍງ”, “ວົງອ້ອມແຂນອາຊຽນ”.

leftcenterrightdel
ລາຍການສະແດງສິລະປະແນະນຳສີສັນວັດທະນະທຳ, ສິລະປະຫວຽດນາມເຖິງບັນດາຜູ້ແທນທີ່ເຂົ້າຮ່ວມ WEF ASEAN. ພາບ: baochinhphu.vn

ບັນດາລາຍການຂອງງານລາຕີວັດທະນະທຳຫວຽດນາມທັງສະແດງໃຫ້ເຫັນສີສັນວັດທະນະທຳຂອງຫວຽດນາມ, ທັງມຸ່ງໄປເຖິງການເພີ່ມພູນຄູນສ້າງໃຫ້ອະນາຄົດລວມໃຫ້ຖືກກັບຫົວຂໍ້ຂອງເວທີປຶກສາຫາລືເສດຖະກິດໂລກສົມທົບກັນຈັດຕັ້ງກອງປະຊຸມເວທີປຶກສາຫາລືເສດຖະກິດໂລກກ່ຽວກັບອາຊຽນ.

ເວທີປຶກສາຫາລືເສດຖະກິດໂລກກ່ຽວກັບອາຊຽນ (WEF ASEAN 2018) ມີການເຂົ້າຮ່ວມຂອງການນຳຂັ້ນສູງຫຼາຍປະເທດ ອາຊຽນ ແລະໃນພາກພື້ນ, ອົງການຈັດຕັ້ງສາກົນໃຫຍ່, ການນຳບັນດາກຸ່ມບໍລິສັດແຖວໜ້າຂອງອາຊຽນ ແລະໃນໂລກເກືອບ 1.000 ຄົນ, ນັກຂ່າວສື່ມວນຊົນສາກົນທີ່ມີອິດທິພົນຊື່ສຽງນັບຫຼາຍຮ້ອຍຄົນ.

ໂດຍ: ທູຮັ່ງ