ທ່ານ ໂດ້ຈ້ອງຫງວຽນ, ຫົວໜ້າຫ້ອງວັດທະນະທໍາ, ຖະແຫຼງຂ່າວເມືອງຊາປາ, ແຂວງລ່າວກາຍ ໃຫ້ຮູ້ວ່າ ດ້ວຍບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ການທ່ອງທ່ຽວທີ່ຈັບອົກຈັບໃຈ, “ງານບຸນລະດູໃບໄມ້ຫຼົ່ນຊາປາ ປີ 2018” ຈັດຕັ້ງກົງກັບໂອກາດວັນພັກວັນສະຖາປະນາ ປີ 2018 ໄດ້ດຶງດູດນັກທ່ອງທ່ຽວເກືອບ 5 ໝື່ນເທື່ອຄົນມາຢ້ຽມຢາມ, ຄົ້ນຫາຕົວຈິງ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂງານບຸນລະດູໃບໄມ້ຫຼົ່ນຊາປາ 2018. ພາບ: ສໍານັກຂ່າວສານຫວຽດນາມ.

“ງານບຸນລະດູໃບໄມ້ຫຼົ່ນຊາປາ ປີ 2018” ດໍາເນີນໄປຮອດວັນທີ 30 ຕຸລາ 2018 ຈຶ່ງອັດລົງ. ໃນ 3 ວັນພັກການ, ມີການເຄື່ອນໄຫວວັດທະນະທໍາ-ສິລະປະ, ກິລາກາຍຍະກໍາຫຼາຍຢ່າງໄດ້ດໍາເນີນໃນບໍລິເວນເມືອງຊາປາ ເພື່ອແນໃສ່ຮັບໃຊ້ນັກທ່ອງທ່ຽວ ຄື: ງານວາງສະແດງຮູບພາບສິລະປະ “ທີ່ດິນ ແລະຊາວຊາປາ”; ງານບຸນຖະໜົນວາດພາບບັນດາການເຄື່ອນໄຫວວັດທະນະທໍາຂອງພໍ່ແມ່ປະຊາຊົນຢູ່ເຂດພູສູງ; ຄົ້ນຫາວັດທະນະທໍາ, ອາຫານການກິນ, ຊີວະພາບຮ່າມຣົ່ງ, ສະຖານທີ່ແຫ່ງວັດທະນະທໍາ, ວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ວັນບຸນວັດທະນະທໍາບ້ານໂມງກາດກາດ ແລະບັນດາການເຄື່ອນໄຫວຕາມຖະໝົນອື່ນໆ.

 

ໂດຍ: ທູຈາງ