ທີ່ງານວາງສະແດງໄດ້ແນະນໍາຮູບພາບ 136 ແຜ່ນ ແລະ 3 ບົດຂຽນກ່ຽວກັບຫົວເລື່ອງສະເພາະ “ນໍ້າໃຈມິດຕະພາບຫວຽດນາມ-ລາວ”, ເນື້ອໃນຍ້ອງຍໍສັນລະເສີນສາຍພົວພັນສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ຜ່ານບັນດາໄລຍະປະຫວັດສາດ.

leftcenterrightdel
ບັນດາຜູ້ແທນມາຢ້ຽມຊົມງານວາງສະແດງ. ພາບ: ບີ່ງດີ້ງ.

ກ່ຽວກັບຫົວເລື່ອງສະເພາະ “ສອງເອື້ອຍນ້ອງ-ສອງແນວຮົບ”, ໄດ້ແນະນໍາຮູບພາບ  57 ແຜ່ນ ແລະ 27 ບົດຂຽນເຊີດຊູແມ່ຍິງຫວຽດນາມ ໃນຊຸມປີຕໍ່ຕ້ານຢ່າງດຸເດືອດ, ຍ້ອງຍໍສັນລະເສີນຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງພາກໃຕ້ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ ແລະພັນລະນາຮູບພາບແມ່ຍິງພາກເໜືອກັບຂະບວນການ “ສາມເກັ່ງວຽກບ້ານການເຮືອນ”.

 

ໂດຍ: ເຈິ່ນຮວ່ຽນ