ນີ້ແມ່ນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (2-9-1945/2-9-2018); ເຊີດຊູ, ແນະນໍາບັນດາຈຸດວັດທະນະທໍາ, ຮີດຄອງປະເພນີຂອງປະຊາຄົມ 54 ຊົນເຜົ່າຫວຽດນາມ ຢູ່ໝູ່ບ້ານວັດທະນະທໍາ; ປະກອບສ່ວນໂຄສະນາເຜີຍແຜ່, ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທໍາທີ່ເປັນເອກະລັກສະເພາະ ແລະເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາຊົນເຜົ່າ, ດຶງດູດນັກທ່ອງທ່ຽວໃນໂອກາດວັນບຸນ.

leftcenterrightdel
ລາຍການສະແດງຂອງຊາວຊົນເຜົ່າໃນລາຍການ "ຕະຫຼາດນັດເຂດພູສູງ" ຢູ່ໝູ່ບ້ານວັດທະນະທໍາ, ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ. ພາບ: ແຄ໋ງຮວ່ຽນ.

ບັນດາການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາຊົນເຜົ່າ, ດຶງດູດນັກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານວັດທະນະທໍາ, ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ