ວາລະສານ Condé Nast Traveler ຫາກໍ່ປະກາດ 50 ສະຖານທີ່ສວຍງາມທີ່ສຸດຢູ່ອາຊີເຊິ່ງນັກທ່ອງທ່ຽວບໍ່ຄວນພາດ. 3 ສະຖານທີ່ຂອງຫວຽດນາມໄດ້ຮັບການເຊີດຊູແມ່ນຊາປາ (ລາວກາຍ), ໂຮ້ຍອານ (ກວາງນາມ) ແລະອ່າວຮ້າລອງ (ກວາງນີງ).

leftcenterrightdel
ຊາປາໃນຕອນຄໍ່າ. ພາບ: ຫວູງອັກຮວ່າງ. 

ຕາມການຕີລາຄາຂອງວາລະສານແລ້ວ, ເທດສະບານເມືອງຊາປາ ແມ່ນສະຖານທີ່ທ່ອງທ່ຽວທີ່ມີອາກາດປອດໂປ່ງສົດໃສ, ເຢັນສະບາຍ, ເຕັມໄປດ້ວຍສີສັນວັດທະນະທໍາຂອງຊາດ.

leftcenterrightdel
ໂຮ້ຍອານ. ພາບ: news.zing.vn.

ເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ເຄີຍນອນຢູ່ໃນບັນຊີລາຍຊື່ຕີລາຄາ ຂອງບັນດາເວັບໄຊທ່ອງທ່ຽວທີ່ມີອິດທິພົນຊື່ສຽງຫຼາຍຄັ້ງ, ໂຮ້ຍອານ (ກວາງນາມ) ແມ່ນນະຄອນເກົ່າແກ່ຍັງຮັກສາໄດ້ຈຸດທີ່ລຽບງ່າຍ, ມີຄວາມໃກ້ຊິດສະໜິດສະໜົມຍາມໃດກໍ່ນໍາມາໃຫ້ນັກທ່ອງທ່ຽວບັນດາການເຂົ້າຮ່ວມກິດຈະກຳທີ່ໃໝ່ອ່ຽມ.

leftcenterrightdel
ອ່າວຮ້າລອງ. ພາບ: halongbaycruise.vn.

ອ່າວຮ້າລອງ (ກວາງນີງ) ໄດ້ຮັບການຮັບຮອງເປັນມໍລະດົກໂລກທາງທໍາມະຊາດຫຼາຍຄັ້ງ, ເປັນທີ່ຈັບອົກຈັບໃຈຂອງນັກທ່ອງທ່ຽວຍ້ອນມີເກາະໃຫຍ່, ນ້ອຍຫຼາຍພັນເກາະໄດ້ສ້າງເປັນທິວທັດທໍາມະຊາດທີ່ສວຍງາມຢູ່ໜ້ານໍ້າທະເລຂຽວໃສ.

ຖືກນອນໃນບັນຊີລາຍຊື່ top ດັ່ງກ່າວນີ້ຍັງມີທິວທັດທໍາມະຊາດສວຍງາມຂອງບັນດາປະເທດຄື: ສວນສາທາລະນະ Bunaken Marine ແລະ Ubud – Bali (ອິນໂດເນເຊຍ), ວິຫານ Taj Mahal (ອິນເດຍ), ຫຼວງພະບາງ (ລາວ)...

 

ໂດຍ: ເຈິ່ນຮວ່ຽນ