ຕາມທ່ານນາງ ຟານທິແທງເຟືອງ, ຮອງເລຂາຄະນະຊາວໜຸ່ມນະຄອນໂຮ່ຈິມິນ, ຫົວໜ້າຄະນະຈັດຕັ້ງແລ້ວ, ຄ້າຍພັກແລ້ງປີນີ້ໄດ້ຈັດຕັ້ງດ້ວຍຈຸດປະສົງສ້າງຄວາມສະໜິດຕິດພັນ, ການພົບປະແລກປ່ຽນລະຫວ່າງບັນດາເຍົາວະຊົນ 3 ປະເທດ. ພວກນ້ອງເຍົາວະຊົນໄດ້ພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວລວມໝູ່, ແນະນໍາ ແລະສະແດງບັນດາລາຍການວັດທະນະທໍາສິລະປະຂອງປະເທດຕົນ, ແລກປ່ຽນຂອງຂວັນທີ່ເປັນເອກະລັກສະເພາະຂອງບ້ານເກີດເມືອງນອນນຳກັນ. ນີ້ຈະກາຍເປັນອະນຸສອນທີ່ໜ້າຈື່ຈໍາສໍາລັບພວກນ້ອງ, ສ້າງຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງພວກນ້ອງເຍົາວະຊົນທັງ 3 ປະເທດ.

leftcenterrightdel
ເຍົາວະຊົນຫວຽດນາມ, ລາວ, ກໍາປູເຈຍ  ແລກປ່ຽນຂໍ້ມູນຂ່າວສານຕິດຕໍ່ພົວພັນນຳກັນຢູ່ຄ້າຍພັກແລ້ງ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຜູ້ແທນລາວ ແລະກໍາປູເຈຍ ມອບຂອງຂວັນໃຫ້ຄະນະຊາວໜຸ່ມນະຄອນໂຮ່ຈິມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍໄດ້ດໍາເນີນໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 4 ສິງຫາ, ຄ້າຍພັກແລ້ງເຍົາວະຊົນ 3 ປະເທດຫວຽດນາມ, ລາວ, ກໍາປູເຈຍ ຄັ້ງທີ 5 ປີ 2018 ໄດ້ດຶງດູດການເຂົ້າຮ່ວມຂອງເຍົາວະຊົນ 205 ຄົນ ແລະພະນັກງານຮັບຜິດຊອບບັນດາການເຄື່ອນໄຫວຂະບວນການເຍົາວະຊົນ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ 41 ຄົນ. ບັນດາຜູ້ແທນໄດ້ໄປຢ້ຽມຢາມສະຖານທີ່ພົ້ນເດັ່ນຕ່າງໆຢູ່ນະຄອນໂຮ່ຈິມິນ ຄື: ຫໍພິພິທະພັນ ໂຮ່ຈິມິນ, ຫໍມູນເຊື້ອກອງເຍົາວະຊົນ ຕ່ຽນຟອງ ໂຮ່ຈິມິນ, ເຂດປູຊະນີຍະສະຖານປະຫວັດສາດອຸໂມງ ກູຈີ, ສູນກິລາສັງລວມ ແລະສຶກສາ ແນະນຳປະກອບອາຊີບ (Vietopia)... ເຂົ້າຮ່ວມບັນດາການເຄື່ອນໄຫວສະແດງ, ການພົບປະແລກປ່ຽນກ່ຽວກັບວັດທະນະທໍາ, ສິລະປະລະຫວ່າງບັນດາປະເທດ ແລະພົບປະກັບການນໍານະຄອນໂຮ່ຈິມິນ.

 

ແປໂດຍ: ເຈິ່ນຮວ່ຽນ