ໃນວັນທີ  2 ສິງຫາ, ຢູ່ ຮ່າໂນ້ຍ, ອົງການ Guinness ຫວຽດນາມ ໄດ້ມອບໜັງສືຢັ້ງຢືນສອງສະຖິຕິ Guinness ຫວຽດນາມ ນັ້ນແມ່ນ “ລາຍການສະແດງບົນໜ້ານ້ຳດ້ວຍຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ” (4.300m2) ແລະ“ລາຍການສະແດງດ້ວຍນັກສະແດງຊາວກະສິກອນເປັນຈຳນວນຫຼາຍທີ່ສຸດຢູ່ ຫວຽດນາມ” (150 ຄົນ), ໃນລາຍການສະແດງ “ສິ່ງຍອດຢ້ຽມຂອງພາກເໜືອ” ໂດຍບໍລິສັດຫຸ້ນສ່ວນຕ່ວນເຈົາ - ຮ່າໂນ້ຍ ລົງທຶນຜະລິດລາຍການ.

leftcenterrightdel
ຜູ້ຕາງໜ້າຫົວໜ່ວຍຜະລິດລາຍການ ແລະນັກສິລະປະຮັບໜັງສືຢັ້ງຢືນສ້າງສະຖິຕິຈາກສູນສະຖິຕິ Guinness ຫວຽດນາມ. ພາບ: dantri.com.vn.

“ສິ່ງຍອດຢ້ຽມຂອງພາກເໜືອ” ແມ່ນລາຍການສະແດງທຳອິດທີ່ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ, ໃນທັດສະນີຍະພາບທີ່ສວຍງາມດັ່ງໃນຝັນຢູ່ຕີນພູ ເທີ່ຍ (ເມືອງກວກອາຍ, ນະຄອນຮ່າໂນ້ຍ) ບົນໜ້ານໍ້າ 4.300m2 . ຜູ້ກຳກັບການສະແດງ ຮ່ວາງເຍິ້ດນາມ,  ໄດ້ພານັກທ່ອງທ່ຽວໄປສູ່ທິວທັດທຳມະຊາດ, ຊີວິດທາງດ້ານຈິດໃຈທີ່ອຸດົມສົມບຸນຂອງຊາວຫວຽດນາມ, ຜ່ານການສະແດງຂອງຊາວກະສິກອນໃນເຂດນີ້ 150 ຄົນ. ໃນປັດຈຸບັນ, ລາຍການສະແດງນີ້ໄດ້ຈັດຕັ້ງ 3ເທື່ອ/ອາທິດ ຢູ່ກຸ່ມລະຫຼີ້ນ, ບັນເທິງ ແລະພັກຜ່ອນບຳລຸງສຸຂະພາບ Baara Land, ເມືອງກວກອາຍ, ນະຄອນຮ່າໂນ້ຍ.

ແປໂດຍ: ທູຮັ່ງ