ທີ່ພິທີໄຂ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ຖະຫວາຍດອກໄມ້ໄວ້ອາໄລປະທານ ໂຮ່ຈິມິນ ຢູ່ຫໍເຍົາວະຊົນນະຄອນໂຮ່ຈິມິນ; ປ່ອຍລູກໂປ່ງສະຫວັນກັບຄວາມໄຝ່ຝັນສັນຕິພາບ, ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ; ເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼີ້ນພື້ນເມືອງ, ສະແດງວັດທະນະທຳ - ສິລະປະ...

leftcenterrightdel
ບັນດາຜູ້ແທນປະຕິບັດພິທີການປ່ອຍລູກໂປ່ງສະຫວັນກັບຄວາມໄຝ່ຝັນສັນຕິພາບ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບ. ພາບ: ຮຸ່ງຄວາ.

ໃນຂອບເຂດຄ້າຍພັກແລ້ງ, ບັນດາຜູ້ແທນໄດ້ຢ້ຽມຊົມບັນດາສະຖານທີ່, ເຂດປູຊະນີຍະສະຖານທາງປະຫວັດສາດຢູ່ນະຄອນໂຮ່ຈິມິນ ຄື: ຫໍພິພິທະພັນ ໂຮ່ຈິມິນ, ຫໍມູນເຊື້ອກອງເຍົາວະຊົນ ຕ່ຽນຟອງ ໂຮ່ຈິມິນ, ເຂດປູຊະນີຍະສະຖານປະຫວັດສາດອຸໂມງ ກູຈີ, ສູນກິລາສັງລວມ ແລະສຶກສາແນະນຳປະກອບອາຊີບ (Vietopia), ຫໍພິພິທະພັນຮູບແຕ້ມ 3D ( 3 ມິຕິ ) Artinus..., ພົບປະແລກປ່ຽນວັດທະນະທຳ ແລະງານລາຕີກໍ່ໄຟຕັ້ງຄ້າຍ. ການນຳນະຄອນໂຮ່ຈິມິນ ຈະມີການພົບປະ, ຕ້ອນຮັບບັນດາຜູ້ແທນ ແລະຜູ້ຮັບຜິດຊອບຄະນະເຂົ້າຮ່ວມຄ້າຍພັກແລ້ງ.

ແປໂດຍ: ທູຮັ່ງ