leftcenterrightdel
ງານປະກວດນາງງາມຮອບສຸດທ້າຍທາງພາກເໜືອໄດ້ຄັດເລືອກນາງງາມ 25 ຄົນເຂົ້າຮອບຊິງຊະນະເລີດນາງງາມຫວຽດນາມ ປີ 2018. ພາບ: ຮວາເລ.

ໃນຮອບສຸດທ້າຍທາງພາກເໜືອມີການເຂົ້າຮ່ວມຂອງຜູ້ສາວ 38 ຄົນ, ດ້ວຍການປະກວດ 3 ເນື້ອໃນ: ຊຸດເສື້ອຍາວ, ຊຸດອາພອນໃນງານລາຕີ ແລະຊຸດລອຍນ້ຳ. ໃນຮອບສຸດທ້າຍນາງງາມຫວຽດນາມທາງພາກເໜືອລະຫວ່າງວັນທີ 11 – 22 ກໍລະກົດ, ບັນດາຜູ້ແຂ່ງຂັນໄດ້ມີການເຄື່ອນໄຫວທີ່ໜ້າຈົດຈຳຫຼາຍຢ່າງຢູ່ ເງ້ອານ, ຄື ຢ້ຽມຊົມບ້ານ ແຊນ ເຊິ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈິມິນ, ເກັບຂີ້ເຫຍື້ອຢູ່ຕາມຫາດຊາຍທະເລ ເກືອລໍ່ ພາຍຫຼັງພະຍຸລູກທີ 3, ຢ້ຽມຊົມເກາະຊາ ແທງເຈືອງ, ຮຽນຂັບຮ້ອງເພງພື້ນເມືອງ “ຫວີ໋,ຢ້ຳ” ເງ້ອານ...

ງານປະກວດນາງງາມ, ຮອບສຸດທ້າຍທາງພາກເໜືອໄດ້ຄັດເລືອກນາງງາມ 25 ຄົນເຂົ້າຮອບຊິງຊະນະເລີດນາງງາມຫວຽດນາມ ປີ 2018.

ແປໂດຍ: ທູຮັ່ງ