leftcenterrightdel
ທ່ານນາງ ຟ້າມທິຮົ່ງລຽນ ພັນລະຍາຂອງທ່ານ ເລກຸ໋ຍກວິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ກ່າວຄຳເຫັນທີ່ເຫດການ. ພາບ: ຮ່າງັອກ - ເລຮວ່າ.

ການເຄື່ອນໄຫວນີ້ໄດ້ດຳເນີນໃນຂອບເຂດການພົບປະລະຫວ່າງບັນດາພັນລະຍາຂອງເອກອັກຄະລັດຖະທູດ ແລະສະມາຊິກບັນດາປະເທດອາຊຽນ ໂດຍປະເທດຫວຽດນາມ ເປັນເຈົ້າພາບ.

ທີ່ເຫດການ, ທ່ານນາງ ຟ້າມທິຮົ່ງລຽນ ພັນລະຍາຂອງທ່ານ ເລກຸ໋ຍກວິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ແນະນຳບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ຄືຂັບ “ກວານເຫາະ”, ຮູບແຕ້ມພື້ນເມືອງ ດົງໂຮ່ ກໍ່ຄື ບັນດາຜະລິດຕະພັນຂັດສີນ້ຳມັນຫັດຖະກຳທີ່ເຮັດຈາກສີມືອັນຄ່ອງແຄ້ວຂອງນັກສິລະປິນຫວຽດນາມ.

leftcenterrightdel
ແນະນຳຜະລິດຕະພັນວັດທະນະທຳທີ່ເປັນມູນເຊື້ອເຖິງເພື່ອນມິດອາຊຽນ. ພາບ: ຮ່າງັອກ-ເລຮ່ວາ.
leftcenterrightdel
ການສະແດງສິລະປະຂອງຫວຽດນາມທີ່ເຫດການ. ພາບ: ຮ່າງັອກ - ເລຮ່ວາ.

ຫຼັງຈາກນັ້ນ, ບັນດາພັນລະຍາຂອງເອກອັກຄະລັດຖະທູດ ແລະສະມາຊິກບັນດາປະເທດອາຊຽນໄດ້ຮັບຊົມບາງລາຍການສະແດງສິລະປະທີ່ເປັນເອກະລັດສະເພາະ. ລາຍການສະແດງຊຸດເສື້ອຍາວທີ່ເປັນມູນເຊື້ອ ແລະເສື້ອແພສີ່ປ່ຽງພ້ອມກັບກຸບພື້ນເມືອງຂອງຫວຽດນາມ ໂດຍພັນລະຍາບັນດາອົງການຜູ້ຕາງໜ້າຂອງຫວຽດນາມໃນບໍລິເວນປະຕິບັດໄດ້ຮັບການໃຫ້ກຳລັງໃຈ ແລະຄຳຍ້ອງຍໍຂອງເພື່ອນມິດອາຊຽນ.

 

ແປໂດຍ: ທູຮັ່ງ