ດ້ວຍສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຈັບອົກຈັບໃຈຫຼາຍແຫ່ງ, ໃນໄລຍະຜ່ານມາ, ລາວ ໄດ້ກາຍເປັນສະຖານທີ່ ເຊິ່ງນັກທ່ອງທ່ຽວສາກົນຫຼາຍຄົນເລືອກເຟັ້ນ. ຂະແໜງອຸດສາຫະກໍາ “ບໍ່ມີຄວັນ“ ຂອງປະເທດລ້ານຊ້າງ ໄດ້ນໍາມາເຊິ່ງບັນດາໝາກຜົນຕັ້ງໜ້າໃຫ້ພື້ນຖານເສດຖະກິດ, ຊ່ວຍຊຸກຍູ້ບັນດາຂະແໜງອາຊີບດຳເນີນທຸລະກິດທີ່ກ່ຽວຂ້ອງເຖິງການທ່ອງທ່ຽວ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ຊຸກຍູ້ການພັດທະນາພື້ນຖານໂຄງລ່າງ.

leftcenterrightdel
ນັກທ່ອງທ່ຽວມາຢ້ຽມຢາມ ພະທາດຫຼວງ ຢູ່ນະຄອນຫຼວງ ວຽງຈັນ, ລາວ. ພາບ: nhandan.com. vn.

ໃນປີທ່ອງທ່ຽວແຫ່ງຊາດ 2018, ລາວຜັນຂະຫຍາຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ຄື: ການພັດທະນາການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະປະຫວັດສາດ; ຍົກສູງຄວາມຮັບຮູ້ໃນສັງຄົມກ່ຽວກັບບົດບາດ ແລະຄວາມສໍາຄັນຂອງການທ່ອງທ່ຽວ, ຖືການສົ່ງເສີມການທ່ອງທ່ຽວເປັນລູກກະແຈເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະນໍ້າໃຈມິດຕະພາບຂອງບັນດາປະເທດ, ຊ່ວຍຊຸກຍູ້ການເຊື່ອມຕໍ່ລະຫວ່າງ ລາວ ກັບບັນດາປະເທດອື່ນຢູ່ພາກພື້ນ ແລະໃນໂລກ. ງານຕະຫຼາດນັດສິນຄ້າ, ການທ່ອງທ່ຽວດ້ວຍບັນດາຮ້ານວາງສະແດງຜະລິດຕະພັນສິລະປະຫັດຖະກໍາຂອງລາວ ແລະບັນດາປະເທດ ຄື: ຫວຽດນາມ, ໄທ, ມາເລເຊຍ... ກໍ່ໄດ້ຮັບການຈັດຕັ້ງ.

ທີ່ເວທີປາໄສສື່ມວນຊົນຮ່ວມມືແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ (MLC) 2018 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ສົມທົບກັບໜັງສືພິມປະຊາຊົນລາຍວັນຂອງ ຈີນ ຮ່ວມກັນຈັດຕັ້ງຫວ່າງແລ້ວນີ້ຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ເນັ້ນໜັກວ່າ, ຍູ້ແຮງການຮ່ວມມືກັບບັນດາປະເທດໃນພາກພື້ນ MLC ເພື່ອພັດທະນາການທ່ອງທ່ຽວ ຍາມໃດກໍ່ແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນຂອງລາວ. ທ່ານ ບໍ່ແສງຄໍາ ວົງດາລາ ໃຫ້ຮູ້ວ່າ, ໃນຂອບເຂດເວທີປາໄສດັ່ງກ່າວ, ຜູ້ຕາງໜ້າບັນດາອົງການສໍານັກຂ່າວສານ, ສື່ມວນຊົນບັນດາປະເທດ MLC ມີໂອກາດໄດ້ໄປຢ້ຽມຢາມບັນດາທ້ອງຖິ່ນຂອງລາວ, ຜ່ານນັ້ນກາຍເປັນຂົວເຊື່ອມຕໍ່ເອົາຄວາມສວຍງາມກ່ຽວກັບວັດທະນະທໍາ ແລະທໍາມະຊາດຂອງລາວ ເຖິງເພື່ອນມິດສາກົນ, ຊ່ວຍຊຸກຍູ້ການທ່ອງທ່ຽວ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາປະເທດ MLC. ກໍ່ທີ່ກອງປະຊຸມ MLC, ບັນດາຜູ້ແທນລາວ ຢືນຢັນວ່າ, ລາວ ເອົາໃຈໃສ່ເປັນພິເສດທີ່ສຸດເຖິງການປັບປຸງພື້ນຖານໂຄງລ່າງຄົມມະນາຄົມ, ປັບປຸງຄຸນນະພາບບັນດາເຂດທ່ອງທ່ຽວ ແລະປູຊະນີຍະສະຖານປະຫວັດສາດ, ສົ່ງເສີມບັນດາວິສາຫະກິດໃນຂົງເຂດການທ່ອງທ່ຽວພັດທະນາ, ປັບປຸງລະບົບໂຮງແຮມ ແລະບໍາລຸງສ້າງຜູ້ນຳທ່ຽວໃຫ້ມີຄຸນນະພາບສູງ... ຜ່ານນັ້ນ, ເປີດກວ້າງຂະແໜງທ່ອງທ່ຽວຂອງປະເທດລ້ານຊ້າງ ກັບເພື່ອນມິດສາກົນ.

leftcenterrightdel
 ນ້ຳຕົກຕາດ ຄອນພະເພັງ. ພາບ: dulich-lao.com.

ປະເທດລາວສວຍງາມ ດ້ວຍບັນດາທັດສະນີຍະພາບ ຄື: ພະທາດຫຼວງ, ວັດພູ, ນ້ຳຕົກຕາດ ຄອນພະເພັງ... ນັບມື້ນັບດຶງດູດນັກທ່ອງທ່ຽວຫຼາຍຄົນຢູ່ພາກພື້ນ ແລະໃນໂລກ. ບັນດາໝາກຜົນຕັ້ງໜ້າຂອງຂະແໜງທ່ອງທ່ຽວລາວ ໃນໄລຍະຜ່ານມາບໍ່ພຽງແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງຂະແໜງທ່ອງທ່ຽວສໍາລັບການພັດທະນາເສດຖະກິດແຫ່ງຊາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແງ່ຫວັງການຮ່ວມມືດ້ານການທ່ອງທ່ຽວລະຫວ່າງລາວ ແລະປະເທດຕ່າງໆແມ່ນສົດໃສທີ່ສຸດ, ໝັ້ນໝາຍນໍາຜົນປະໂຫຍດມາໃຫ້ຂົງເຂດການທ່ອງທ່ຽວຂອງປະເທດຕ່າງໆ.

 

ແປໂດຍ: ເຈິ່ນຮວ່ຽນ