leftcenterrightdel
ດົນຕີໃນພະລາຊະວັງເຫວ໋ ທີ່ສະແດງໃນໂຮງລະຄອນ ຢ້ວຽດທິເດື່ອງ. ພາບ: ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ໋.

ລາຍການຖືກຈັດຕັ້ງໃນປະຕູ ງໍ້ມົນ - ວັງ ທ໋າຍຮ່ວາ - ຢ້ວຽດທິເດື່ອງ. ຈາກປະຕູ ງໍ້ມົນ, ພາຍຫຼັງພິທີປ່ຽນເວນ, ແຂກທ່ອງທ່ຽວສາມາດຜ່ານປະຕູເຂົ້າໃນລາຊະວັງ, ເພື່ອຄົ້ນຫາແສງສີເອງຈາກ ງໍ້ມົນ ເຖິງວັງ ທ໋າຍຮ່ວາ, ຈາກນັ້ນມາຢາມ ຢ້ວຽດທິເດື່ອງ ເພື່ອຊົມລາຍການສະແດງ “ແສງສີສຽງໃນພະລາຊະວັງ” ແລະສິ້ນສຸດ, ອອກຜ່ານປະຕູ ຫຽນເຍີນ. ລາຍການລວມມີການສະແດງດົນຕີໃນພະລາຊະວັງ, ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດພ້ອມກັບບັນດາວາດຟ້ອນທີ່ເປັນເອກະລັກສະເພາະໃນພະລາຊະວັງ.

ແປໂດຍ: ທູຮັ່ງ