leftcenterrightdel
ນັກສິລະປະການ ຫງວຽນດັງເຈ໋ ແນະນຳແຜ່ນຄວັດສະຫຼັກເກົ່າເພື່ອຜະລິດຮູບແຕ້ມພື້ນເມືອງ ດົງໂຮ່. ພາບ: ສຳນັກຂ່າວສານຫວຽດນາມ.

ຮູບແຕ້ມພື້ນເມືອງ ດົງໂຮ່ ແມ່ນອາຊີບຜະລິດຮູບແຕ້ມດ້ວຍແຜ່ນຄວັດສະຫຼັກພື້ນເມືອງ, ແມ່ນອາຊີບຫັດຖະກໍາທີ່ເປັນມູນເຊື້ອ, ໂດຍປະຊາຊົນບ້ານ ດົງໂຮ່  (ຕາແສງຊອງໂຮ່, ເມືອງ ທ້ວນແທ່ງ) ປະດິດສ້າງ ແລະພັດທະນາ, ມີຄຸນຄ່າກ່ຽວກັບປະຫວັດສາດ, ວັດທະນະທຳ ແລະສິລະປະທີ່ເປັນເອກະລັກສະເພາະ. ນີ້ແມ່ນໜຶ່ງໃນ 10 ມໍລະດົກທີ່ໄດ້ຮັບອະນຸຍາດຈາກນາຍົກລັດຖະມົນຕີໃຫ້ສ້າງສຳນວນເອກະສານຍືນສະເໜີຕໍ່ UNESCO. ຄາດຄະເນວ່າ ຮອດທ້າຍປີ 2019, ສຳນວນເອກະສານກ່ຽວກັບອາຊີບຜະລິດຮູບແຕ້ມພື້ນເມືອງ ດົງໂຮ່ ຈະໄດ້ຮັບການປັບປຸງໃຫ້ສຳເລັດເພື່ອຍືນສະເໜີ UNESCO ພິຈາລະນາ. ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ສະເໜີແຂວງ ບັກນີງ, ອົງການທີ່ກ່ຽວຂ້ອງສົມທົບກັນ, ໃຫ້ຄຳປຶກສາກ່ຽວກັບການປະຕິບັດໜ້າທີ່ສ້າງສຳນວນເອກະສານ.

 

ແປໂດຍ: ທູຮັ່ງ