ຈະມີເຂດທ່ອງທ່ຽວພັກຜ່ອນບໍາລຸງສຸຂະພາບ ບາວີ່ Legend ຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ
ກປ.ອອນໄລ - ເນື້ອໃນນີ້ ໄດ້ຮັບການເຕື້ອງເຖິງໃນຂໍ້ຕົກລົງຂອງຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຫາກໍ່ປະກາດໃຊ້.
ໃນນັ້ນຕົກລົງຮັບບໍລິສັດຫຸ້ນສ່ວນລົງທຶນທ່ອງທ່ຽວ-ວັດທະນະທຳ-ພັກຜ່ອນບຳລຸງສຸຂະພາບ ດົ່ງໂມ ແມ່ນນັກລົງທຶນຢູ່ເຂດບໍລິການທ່ອງທ່ຽວສັງລວມ (ເຂດ D), ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ.
|
|
ໝູ່ບ້ານວັດທະນະທຳ ຈາກມູມສູງ. ພາບ: vinaculto. |
ໂຄງການດ້ວຍຊື່ເອີ້ນແມ່ນ ເຂດທ່ອງທ່ຽວພັກຜ່ອນບໍາລຸງສຸຂະພາບ ບາວີ່ Legend ໄດ້ຮັບການປະຕິບັດໃນເນື້ອທີ່ລົງທຶນທັງໝົດປະມານ 120 ເຮັກຕາ, ໂດຍປະຕິບັດຕາມບົດບາດພາລະໜ້າທີ່ ແລະບັນດາຕົວເລກຄາດໝາຍແຜນຜັງ ທີ່ໄດ້ຮັບການກຳນົດໄວ້ໃນຂໍ້ຕົກລົງເລກທີ 1689/QĐ-TTg ລົງວັນທີ 15 ກັນຍາ 2010 ຂອງນາຍົກລັດຖະມົນຕີ ກ່ຽວກັບການອະນຸມັດດັດປັບແຜນຜັງລວມ ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ.
ແປໂດຍ: ທູຮັ່ງ