ຖະໜົນຍ່າງ ຈິ້ງກົງເຊີນ ເຄື່ອນໄຫວແຕ່ເວລາ 17 ໂມງຫາ 23 ໂມງໃນວັນສຸກ, ແຕ່ເວລາ  6 ໂມງຫາ 23 ໂມງ ໃນວັນເສົາ, ວັນອາທິດຂອງທຸກໆອາທິດດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ບັນເທີງຢ່າງອຸດົມສົມບູນ, ຫຼາຍຮູບຫຼາຍແບບ.

ການຜັນຂະຫຍາຍຖະໜົນຍ່າງສາຍທີ 2 ຂອງນະຄອນເພື່ອແນໃສ່ສ້າງບັນດາຜະລິດຕະພັນວັດທະນະທຳ, ສິລະປະ, ບ່ອນລະຫຼິ້ນບັນເທີງໃຫ້ປະຊາຊົນ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ.

ຖະໜົນຍ່າງ ຈິ້ງກົງເຊີນ ໄດ້ດຳເນີນການທົດລອງມາຮອດປີ 2018, ຫຼັງຈາກນັ້ນຈະຕົກລົງຄວນເປີດກວ້າງ ຫຼື ຮັດແຄບຂະໜາດຈັດຕັ້ງ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຢູ່ຖະໜົນຍ່າງ ຈິ້ງກົງເຊີນ ໃນໂອກາດທ້າຍອາທິດ.

leftcenterrightdel
 
leftcenterrightdel
ຖະໜົນຍ່າງ ຈິ້ງກົງເຊີນ ແມ່ນສະຖານທີ່ດຶງດູດປະຊາຊົນ ແລະແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດໃນໂອກາດທ້າຍອາທິດ. ພາບ: ດັ້ງລວານ.
leftcenterrightdel
 
leftcenterrightdel
ເສັ້ນທາງວາງສະແດງຮູບແຕ້ມ ແມ່ນຈຸດດຶງດູດແຂກທ່ອງທ່ຽວຫຼາຍຄົນມາຢ້ຽມຊົມ. ພາບ: ດັ້ງລວານ.
leftcenterrightdel
ໜອງໃຫຍ່ຢູ່ເຂດໃຈກາງແມ່ນຈຸດພົ້ນເດັ່ນທີ່ໜ້າຈັບໃຈຂອງຖະໜົນສາຍນີ້. ພາບ: ດັ້ງລວານ.
leftcenterrightdel
ຖະໜົນຍ່າງ ຈິ້ງກົງເຊີນ ມີບັນດາຮ້ານຂາຍອາຫານການກິນ, ເຄື່ອງດຶ່ມ ໄດ້ອອກແບບສ້າງເປັນຮູບຈຳລອງຂອງຄຸ້ມເມືອງເກົ່າ ຮ່າໂນ້ຍ, ໂຮ້ຍອານ, ວັດທະນະທຳເຂດພາກ... ເພື່ອແນໃສ່ຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມ. ພາບ: ດັ້ງລວານ.
leftcenterrightdel
 
leftcenterrightdel
...ພ້ອມກັນບັນດາຮ້ານຂາຍເຄື່ອງທີ່ລະນຶກ, ເຄື່ອງຫຼີ້ນຂອງເດັກນ້ອຍ. ພາບ: ດັ້ງລວານ.
leftcenterrightdel
ຖ່າຍຮູບບັນທຶກໄວ້ຈຸດເວລາທີ່ເປັນໜ້າຈົດຈຳເມື່ອມາຢ້ຽມຢາມສະຖານທີ່ແຫ່ງນີ້. ພາບ: ດັ້ງລວານ.

 

ແປໂດຍ: ທູຮັ່ງ