ດ້ວຍຮູບພາບ 280 ແຜ່ນ, ວັດຖຸພັນ, ເອກະສານ 200 ຢ່າງ ແລະປື້ມກວ່າ 300 ຫົວ, ງານວາງສະແດງໄດ້ວາດພາບໃຫ້ເຫັນແນວຄິດການແຂ່ງຂັນຮັກຊາດຂອງປະທານ ໂຮ່ຈິມິນ, ຈິດໃຈພິລະອາດຫານ, ອົງອາດກ້າຫານ, ຄວາມສະຫຼາດຫຼັກແຫຼມ, ດຸໝັ່ນປະດິດສ້າງໃນການສູ້ຮົບ, ການອອກແຮງງານທຳການຜະລິດຂອງທະຫານ, ປະຊາຊົນໃນທົ່ວປະເທດເວົ້າລວມ ແລະທະຫານ, ປະຊາຊົນທິດຕາເວັນອອກພາກໃຕ້ເວົ້າສະເພາະຜ່ານບັນດາຂະບວນການແຂ່ງຂັນຮັກຊາດໃນໄລຍະຕໍ່ຕ້ານ, ປະຕິບັດໜ້າທີ່ສາກົນຢູ່ປະເທດກໍາປູເຈຍ, ສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ພະນັກງານ, ນັກຮົບທະຫານເຂດ 7 ມາຢ້ຽມຊົມ, ຊອກຮູ້ຢູ່ງານວາງສະແດງເປັນຈຳນວນຫຼວງຫຼາຍ. ພາບ: ຢຸຍຮ໊ຽນ.

ງານວາງສະແດງໄດ້ແນະນໍາ 70 ຮູບແບບ, 30 ຂໍ້ລິເລີ່ມທີ່ພົ້ນເດັ່ນຂອງທະຫານເຂດ 7 ໃນການປະຕິບັດຄໍາສັ່ງເລກທີ 05  ຂອງກົມການເມືອງກ່ຽວກັບຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ແບບຢ່າງ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ, ຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະ, ບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ, ສົມເປັນທະຫານລຸງໂຮ່”...

ງານວາງສະແດງຈະດໍາເນີນຮອດວັນທີ 29 ມິຖຸນາ, ຢູ່ຫໍພິພິທະພັນກໍາລັງປະກອບອາວຸດທິດຕາເວັນອອກພາກໃຕ້, ເຮືອນເລກທີ 247 ຖະໜົນ ຮ່ວາງວັນທູ້, ເມືອງ ເຕິນບີ່ງ.

 

ແປໂດຍ: ເຈິ່ນຮວ່ຽນ