leftcenterrightdel
ພາບປະກອບຈາກຄະນະຈັດຕັ້ງ

ງານປະກວດຮູບເງົາໄດ້ດໍາເນີນຢູ່ນະຄອນ ຮ່າໂນ້ຍ ແລະນະຄອນ ໂຮ່ຈິມິນ ໃນລະຫວ່າງວັນທີ 8-17 ມິຖຸນາ, ດ້ວຍການເຂົ້າຮ່ວມ ຂອງ 12 ປະເທດ ຄື: ຝະລັ່ງ, ອັງກິດ, ໂອຕະລິດ, ແດນມາກ, ສະວິດ, ຊູແອັດ... ແຕ່ລະປະເທດມີຮູບເງົາ 1 ເລື່ອງ ແລະ ຫວຽດນາມມີ 3 ເລື່ອງ. ບັນດາເລື່ອງຮູບເງົາເຂົ້າຮ່ວມງານປະກວດຄັ້ງນີ້ເຄີຍຍາດໄດ້ລາງວັນທີ່ບັນດາງານປະກວດຮູບເງົາສາກົນຄື: Oscar, ງານປະກວດຮູບເງົາ Berlin… ໃນຂອບເຂດງານປະກວດຮູບເງົາດັ່ງກ່າວ, ຄະນະຈັດຕັ້ງກໍ່ຈະແນະນຳບັນດາຮູບເງົາທີ່ຫາກໍ່ໄດ້ຜະລິດ ແລະສາຍຮູບເງົາຮັບໃຊ້ຜູ້ເຂົ້າຊົມໂດຍບໍ່ເສຍຄ່າ.

 

ແປໂດຍ: ທູຈາງ