ໃນວັນທີ 4 ທັນວາ 1999, ຕົວເມືອງເກົ່າ ໂຮ້ຍອານ ໄດ້ຮັບການຮັບຮອງຈາກອົງການຈັດຕັ້ງ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກ. ມາຮອດປັດຈຸບັນ, ໂຮ້ຍອານ ຍັງຄົງຮັກສາປູຊະນີຍະສະຖານ, ສະຖາປັດຕະຍະກໍາທີ່ເກົ່າແກ່ຫຼາຍແຫ່ງ, ທັງມີສີສັນສິລະປະທີ່ເປັນມູນເຊື້ອຫວຽດນາມ, ທັງສະແດງໃຫ້ເຫັນການເຊື່ອມໂຍງດ້ານວັດທະນະທຳກັບບັນດາປະເທດທິດຕາເວັນອອກ ແລະທິດຕາເວັນຕົກ ຄື: ຄຸ້ມຖະໜົນ, ເຮືອນຊານ, ສຳນັກສະມາຄົມ, ສາລາ, ວັດ, ຫໍບູຊາ, ນໍ້າສ້າງເກົ່າ... ໃນຫຼາຍປີຜ່ານມາ, ໂຮ້ຍອານ ໄດ້ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດ.

leftcenterrightdel
ວັດເກົ່າ ເປັນສັນຍາລັກຂອງ ໂຮ້ຍອານ. ພາບ: ວັນຈູງ.
leftcenterrightdel
ຍ່າງໄປຄົ້ນຫາຄວາມງາມໃນຄຸ້ມຖະໜົນເກົ່າ. ພາບ: ວັນຈູງ.
leftcenterrightdel
ແຂກທ່ອງທ່ຽວສາກົນຖີບລົດຖີບໃນຄຸ້ມຖະໜົນເກົ່າ. ພາບ: ວັນຈູງ.
leftcenterrightdel
ຖ່າຍຮູບບັນທຶກໄວ້ຈຸດເວລາທີ່ໜ້າຈົດຈຳ. ພາບ: ວັນຈູງ.

 

ແປໂດຍ: ທູຮັ່ງ