leftcenterrightdel
ຕາງໜ້າບັນດາຫົວໜ່ວຍພິມຈໍາໜ່າຍຫວຽດນາມ-ຍີ່ປຸ່ນ ແລກປ່ຽນກ່ຽວກັບລິຂະສິດ. ພາບ: ຮວ່າງຮວ່າງ.

ຝ່າຍຍີ່ປຸ່ນມີ 20 ຫົວໜ່ວຍເຂົ້າຮ່ວມດ້ວຍຫຼາຍສໍານັກພິມຈໍາໜ່າຍ, ບໍລິສັດຕົວແທນລິຂະສິດທີ່ມີຊື່ສຽງຄື: Sogakukan Inc, The English Agency, Shinsei Publishing, Discover 21 Inc ...ຝ່າຍ ຫວຽດນາມ ມີ 18 ສໍານັກພິມຈໍາໜ່າຍ, ບໍລິສັດປື້ມ, ຫົວໜ່ວຍຕົວແທນລິຂະສິດເຂົ້າຮ່ວມຄື: ສໍານັກພິມຈໍາໜ່າຍຖະແຫຼງຂ່າວ ແລະການສື່ສານ, ສໍານັກພິມຈໍາໜ່າຍແມ່ຍິງ, ສໍານັກພິມຈໍາໜ່າຍ ກິມດົ່ງ, ສໍານັກພິມຈໍາໜ່າຍວັດທະນະທໍາຊົນຊາດ, ບໍລິສັດ ຖ໋າຍຮ່າ Books, Alpha Books… ຄະນະຈັດຕັ້ງຫວັງວ່າຜ່ານວັນບຸນນີ້, ປື້ມດີເດັ່ນຫຼາຍຫົວຈະໄດ້ແນະນໍາເຖິງເພື່ອນຜູ້ອ່ານສອງປະເທດ; ພ້ອມທັງ, ຊຸກຍູ້ວົງການພິມຈໍາໜ່າຍພາຍໃນປະເທດປະຕິບັດກໍາມະສິດຂອງຜູ້ແຕ່ງໃຫ້ດີກວ່າອີກ.

ວັນບຸນຈະດໍາເນີນເຖິງວັນທີ 26 ພຶດສະພາ.

ແປໂດຍ: ຮວ່າງເຈື່ອງ