leftcenterrightdel
ພາບປະກອບຈາກ: dantri.com.vn.

ດ້ວຍຫົວຂໍ້ “ເພື່ອໜ່ວຍໂລກຂຽວ-For a green planet”, ງານມະໂຫລານປີນີ້ດຶງດູດການເຂົ້າຮ່ວມຂອງເຍົາວະຊົນເກືອບ 200 ຄົນຂອງ 7 ຄະນະສາກົນ, ລວມມີ: ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ໄທ, ຟີລິບປິນ, ອິນໂດເນເຊຍ ແລະປະເທດເຈົ້າພາບຫວຽດນາມ. ໃນເວລາດໍາເນີນງານມະໂຫລານເປັນ 5 ວັນ, ພວກນ້ອງຈະເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍຄື: ລາຍການສິລະປະ “ເພື່ອໜ່ວຍໂລກຂຽວ” ເຊິ່ງຈະໄດ້ຮັບການຖ່າຍທອດສົດທາງໂທລະພາບໃນເວລາ 20 ໂມງ 10 ນາທີ, ວັນທີ 1 ມີຖຸນາ ຜ່ານຊ່ອງ VTV1, ລາຍການ “ຊຸມວັນສາຍໃຈເພື່ອນມິດ” ດ້ວຍການເຂົ້າຮ່ວມຂອງບັນດາເດັກນ້ອຍທີ່ມາຈາກ 8 ປະເທດພ້ອມກັບບັນດາການເຄື່ອນໄຫວລະຫຼີ້ນ, ການກະທໍາເພື່ອສິ່ງແວດລ້ອມຂຽວ-ສະອາດ-ສວຍງາມ.

 

ແປໂດຍ: ທູຈາງ