ການແຂ່ງຂັນເພື່ອແນໃສ່ປະຕິບັດແຜນການໂຄສະນາ ຂອງຄະນະພັກນະຄອນຮ່າໂນ້ຍ ກ່ຽວກັບການ “ພັດທະນາວັດທະນະທໍາ-ສັງຄົມ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງນະຄອນຫຼວງ, ກໍ່ສ້າງຊາວຮ່າໂຮ້ຍໃຫ້ມີຄວາມສິວິໄລໄລຍະ 2016-2020” ປີ 2018, ໃນນັ້ນມີເນື້ອໃນທີ່ກ່ຽວຂ້ອງເຖິງເລື່ອງຍູ້ແຮງການໂຄສະນາກົດແຫ່ງການປະພຶດສອງສະບັບ ເຊິ່ງນະຄອນຮ່າໂນ້ຍໄດ້ປະກາດໃຊ້ ແມ່ນ: ກົດແຫ່ງການປະພຶດຂອງພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານໃນບັນດາອົງການຂຶ້ນກັບນະຄອນຮ່າໂນ້ຍ ແລະກົດແຫ່ງການປະພຶດ ຢູ່ສະຖານທີ່ສາທາລະນະໃນບໍລິເວນນະຄອນ ຮ່າໂນ້ຍ.

leftcenterrightdel
ງານວາງສະແດງຮູບພາບ “ຊາວຮ່າໂນ້ຍສຸພາບ, ສິວິໄລ” ຢູ່ເຂດໜອງ ຮ່ວານກ໋ຽມ. ພາບ: ເວືອງຮ່າ.

ບັນດາຮູບພາບເຂົ້າຮ່ວມການແຂ່ງຂັນໄດ້ຖ່າຍໃນບໍລິເວນຮ່າໂນ້ຍ, ສ່ອງແສງໃຫ້ເຫັນບັນດາການກະທໍາທີ່ດີງາມ ແລະຍັງບໍ່ທັນດີງາມໃນການປະຕິບັດບັນດາຂໍ້ກໍານົດ ໃນກົດແຫ່ງການປະພຶດສອງສະບັບດັ່ງກ່າວ. ຄະນະຈັດຕັ້ງ ຈະຮັບບັນດາຮູບພາບເຂົ້າຮ່ວມການແຂ່ງຂັນເຖິງວັນທີ 1 ຕຸລາ 2018 ຈຶ່ງອັດລົງ.

ຍອດມູນຄ່າລາງວັນຂອງການແຂ່ງຂັນ ແມ່ນ 170.000.000 ດົ່ົງ.

 

ແປໂດຍ: ທູຈາງ