leftcenterrightdel
ບັນດານັກປະພັນ ແລະຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີອັດ. ພາບ: vannghequandoi.com.vn.

ໃນ 15 ວັນ, ບັນດາສະມາຊິກໃນຄ້າຍໄດ້ເກັບກ່ຽວບົດປະພັນເລື່ອງສັ້ນບັນລຸຄຸນນະພາບໄດ້ 16 ບົດ. ບັນດາບົດປະພັນສ່ວນຫຼາຍລ້ວນແຕ່ຍ້ອງຍໍສັນລະເສີນຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ພັນລະນາຮູບພາບຂອງທະຫານ ລຸງໂຮ່ ໃນສະໄໝສົງຄາມ ແລະສະໄໝສັນຕິພາບ. ພົ້ນເດັ່ນແມ່ນບັນດາບົດປະພັນ: “ພໍ່ລູກຊາວຄຸ້ມຖະໜົນ ແຮ້”, “ນໍ້າໝອກກົ້ວຢູ່ຊາຍແດນ ”... ຜ່ານຄ້າຍປະດິດແຕ່ງຄັ້ງນີ້, ຄະນະຈັດຕັ້ງຊອກໄດ້ນັກປະພັນຫຼາຍຄົນທີ່ປະດິດແຕ່ງບັນດາບົດປະພັນວັນນະຄະດີສິລະປະດີເດັ່ນກ່ຽວກັບຫົວເລື່ອງສົງຄາມປະຕິວັດ ແລະກໍາລັັງປະກອບອາວຸດ, ຮັບໃຊ້ໃຫ້ແກ່ງານແຂ່ງຂັນປະດິດແຕ່ງເລື່ອງສັ້ນ “ໄຟໃໝ່” ເພື່ອເອົາລົງໃນວາລະສານວັນນະຄະດີສິລະປະກອງທັບ, ຈາກນັ້ນປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ກ່ຽວກັບວັນນະຄະດີຍຸກປະຈຸບັນທີ່ອຸດົມສົມບູນຕື່ມອີກ .

 

ແປໂດຍ: ຫງວຽນກຸກ