ນີ້ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອປະກອບສ່ວນຍູ້ແຮງການປະຕິບັດຄໍາສັ່ງເລກທີ 05-CT/TW ຂອງກົມການເມືອງ, ຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງທີ 4, ຊຸດທີ  XII ກ່ຽວກັບການກໍ່ສ້າງ, ປັບປຸງພັກ.

ເຂົ້າຮ່ວມພິທີມີ: ທ່ານ ເຈິ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ; ພ້ອມກັບການນໍາພັກ, ລັດ ແລະຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ; ບັນດາອົງການສື່ມວນຊົນ, ວັນນະຄະດີ ສິລະປະ...

ຫຼາຍບົດປະພັນທີ່ມີຄຸນນະພາບສູງ, ເຕັມໄປດ້ວຍລັກສະນະຫົວຄິດປະດິດສ້າງ

ຕາມຄະນະຊີ້ນໍາລາງວັນແລ້ວ, ກວ່າ 2 ປີຜ່ານມາ, ມີບົດປະພັນ, ກິດຈະກຳນັບຫຼາຍພັນບົດຂອງໝູ່ຄະນະ, ບຸກຄົນນັບຫຼາຍພັນຄົນໄດ້ເຂົ້າຮ່ວມການປະດິດແຕ່ງ, ໂຄສະນາກ່ຽວກັບຫົວຂໍ້ຮໍ່າຮຽນ  ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ ໄດ້ລົງພິມ, ແນະນໍາຢູ່ບັນດາພາຫະນະສື່ມວນຊົນ, ບັນດາຮູບການສື່ມວນຊົນ, ພິມຈໍາໜ່າຍ, ວັນນະຄະດີ ສິລະປະ...

leftcenterrightdel
                  ລາຍການສະແດງສິລະປະທີ່ພິທີມອບລາງວັນ. ພາບ: ຟຸເຊີນ.

ຄະນະຊີ້ນໍາລາງວັນຕົກລົງມອບ 8 ລາງວັນ A, 34 ລາງວັນ B, 67 ລາງວັນ C ແລະ 55 ລາງວັນຊົມເຊີຍໃຫ້ແກ່ບັນດາບົດປະພັນ, ກິດຈະກຳ, ໝູ່ຄະນະ, ບຸກຄົນທີ່ຂຶ້ນກັບ 13 ລົງເລິກຂະແໜງປະຕິດແຕ່ງ; ມອບລາງວັນປະເພດດຽວກັນກ່ຽວກັບການໂຄສະນາບົດປະພັນວັນນະຄະດີ ສິລະປະ, ສື່ມວນຊົນໃຫ້ 19 ໝູ່ຄະນະ ແລະ 11 ບຸກຄົນທີ່ມີຜົນງານດີເດັ່ນ.

ກ່າວຄໍາເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນເຖ໋ກິ໋ ຢັ້ງຢືນວ່າ: “ດ້ວຍອາລົມຈິດ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ເຊື່ອມຊຶມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ; ດ້ວຍຄວາມສຸດອົກສຸດໃຈ, ການມີຫົວຄິດປະດິດສ້າງ ແລະການອຸທິດຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ, ບັນດານັກສິລະປິນ, ນັກຂ່າວ... ໄດ້ສ້າງເປັນຜົນສໍາເລັດຂອງລາງວັນ; ປະກອບສ່ວນປະຕິບັດຄໍາສັ່ງເລກທີ 05-CT/TW ຂອງກົມການເມືອງ ແລະມະຕິສູນກາງພັກຄັ້ງທີ 4, ຊຸດທີ  XII ຢ່າງແທດຈິງ, ມີຊີວິດຊີວາ, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຮັບຮູ້ນັບມື້ນັບຄົບຖ້ວນ, ເລິກເຊິ່ງກວ່າກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ...”.

ຄວາມຮັບຜິດຊອບ, ຄວາມສຸດອົກສຸດໃຈສ້າງບັນດາແບບຢ່າງດີເດັ່ນ

leftcenterrightdel
ບັນດາສະຫາຍການນໍາພັກ, ລັດຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ນັກຂ່າວ ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຮັບລາງວັນທີ່ພິທີມອບລາງວັນ. ພາບ: ຟຸເຊີນ.

ດ້ວຍຄວາມປາດຖະໜາຢາກເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງ, ເຂົ້າໃຈຢ່າງຖືກຕ້ອງ, ຕີລາຄາບົດບາດຂອງອົງການຈັດຕັ້ງຮາກຖານພັກຢ່າງຮອບດ້ານ, ກຸ່ມນັກຂ່າວຂອງໜັງສືພິມກອງທັບປະຊາຊົນຫວຽດນາມ (ທ່ານ ຟ້າມວັນຮ໋ວນ; ທ່ານ ດວ່ານຊວນໂບ້; ທ່ານ ຫງວຽນຮົ່ງຫາຍ; ທ່ານ ຫງວຽນວັນຫາຍ; ທ່ານ ຫງວຽນເຕິ໋ນຕວນ) ໄດ້ດໍາເນີນການສໍາຫຼວດ, ຊອກຮູ້ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດເພື່ອຂຽນສໍາເລັດບົດ: “ພະລັງຊີວິດຂອງພັກ-ສັງເກດຈາກຮາກຖານຕົວຈິງ” (ຍາດໄດ້ລາງວັນ B); ຜ່ານນັ້ນເປັນການຢັ້ງຢືນວ່າ: “ພັກເຂັ້ມແຂງແມ່ນຍ້ອນບັນດາໜ່ວຍພັກທີ່ດີ. ໜ່ວຍພັກທີ່ດີແມ່ນຍ້ອນບັນດາສະມາຊິກພັກທີ່ດີ”.

ຢູ່ແຕ່ລະຂົງເຂດວັນນະຄະດີ ສິລະປະ, ສື່ມວນຊົນຕ່າງໆ... ລ້ວນແຕ່ມີບົດປະພັນ, ກິດຈະກຳ, ສື່ສິ່ງພິມເຂົ້າຮ່ວມການເຄື່ອນ ໄຫວໂຄສະນາເຜີຍແຜ່ໝາກຜົນແຫ່ງການປະຕິບັດຄໍາສັ່ງເລກທີ 05-CT/TW ຂອງກົມການເມືອງຢ່າງມີປະສິດທິຜົນ.

ຄະນະຈັດຕັ້ງຢັ້ງຢືນວ່າ: ຈາກໝາກຜົນຂອງລາງວັນປະດິດແຕ່ງ, ໂຄສະນາບົດປະພັນວັນນະຄະດີ ສິລະປະ, ສື່ມວນຊົນກ່ຽວກັບຫົວຂໍ້  “ຮໍ່າຮຽນ  ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ” ຄະນະຊີ້ນໍາ, ຄະນະຈັດຕັ້ງລາງວັນ, ບັນດາຄະນະ, ຂະແໜງການ, ນັກຂ່າວ... ຈະຖອດຖອນບົດຮຽນ, ຢັ້ງຢືນຈຸດດີ, ໝາກຜົນ; ແກ້ໄຂບັນດາດ້ານຈໍາກັດ; ສືບຕໍ່ຍູ້ແຮງການປະດິດແຕ່ງ, ໂຄສະນາບົດປະພັນວັນນະຄະດີ ສິລະປະ, ສື່ມວນຊົນກ່ຽວກັບ “ຮໍ່າຮຽນ  ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ” ນັບແຕ່ປະຈຸບັນຈົນຮອດປີ 2020 ແລະຊຸມປີຕໍ່ໆໄປ, ດ້ວຍຄວາມຮັບຜິດຊອບຢ່າງສຸດຈິດສຸດໃຈ ແລະຄວາມເກັ່ງກ້າສາມາດສູງສຸດ; ປະດິດແຕ່ງບັນດາບົດປະພັນທີ່ມີຄຸນຄ່າດ້ານເນື້ອໃນ, ແນວຄິດ ແລະສິລະປະສະເພາະພິເສດ, ໃໝ່ອ່ຽມ, ຈັບອົກຈັບໃຈ ແລະມີກໍາລັງແຜ່ຂະຫຍາຍຢ່າງເລິກເຊິ່ງ ກວ້າງຂວາງ ຕື່ມອີກ.

 

ແປໂດຍ: ຫງວຽນກຸກ