ຮູບພາບ, ເອກະສານສາລະຄະດີກວ່າ 200 ຢ່າງ, ໄດ້ຊ່ວຍໃຫ້ມະຫາຊົນມີມູມມອງຢ່າງຮອບດ້ານກ່ຽວກັບປະຫວັດເຮືອນຮ້ານປະທານ ໂຮ່ຈິມິນ ຜ່ານງານວາງສະແດງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານ ໂຮ່ຈິມິນ ໃນເຂດທຳນຽບປະທານປະເທດ”, ໂດຍເຂດປູຊະນີຍະສະຖານປະທານ ໂຮ່ຈິມິນ ຢູ່ທຳນຽບປະທານປະເທດ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ຈັດຕັ້ງໃນວັນທີ 11 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ.

leftcenterrightdel
ບັນດາຜູ້ແທນມາຢ້ຽມຊົມງານວາງສະແດງ. ພາບ: ຮົ່ງຮ່າ.

ງານວາງສະແດງປະກອບມີເນື້ອໃນຕົ້ນຕໍ 3 ພາກ: ປະທານ ໂຮ່ຈິມິນ ແລະບັນດາເຮືອນຮ້ານຫຼັງຢູ່ເຂດຕໍ່ຕ້ານ ຫວຽດບັກ; ເຮືອນຮ້ານປະທານ ໂຮ່ຈິມິນ ຢູ່ນະຄອນຫຼວງ ຮ່າໂນ້ຍ; ເຮືອນຮ້ານປະທານ ໂຮ່ຈິມິນ-ສັນຍາລັກຂອງແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດປະທານໂຮ່ຈິມິນ ແລະຈິດໃຈຊົນເຜົ່າສາມັກຄີ, ເຊື່ອມໂຍງເຂົ້າກັບສາກົນ.

ງານວາງສະແດງແມ່ນການເຄື່ອນໄຫວໂຄສະນາມີຄວາມໝາຍຢ່າງແທດຈິງກໍ່ຄືໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານເຮືອນຮ້ານປະທານ ໂຮ່ຈິມິນ ໃນໄລຍະ 60 ປີຜ່ານມາ.

 

ແປໂດຍ: ເຈິ່ນຮວ່ຽນ