leftcenterrightdel
 
leftcenterrightdel
ບັນດາສື່ສິ່ງພິມແນະນໍາຢູ່ງານວາງສະແດງ. ພາບ: qdnd.vn.

ດ້ວຍ 1000 ກວ່າສື່ສິ່ງພິມ, ງານວາງສະແດງໄດ້ແນະນໍາບັນດາເອກະສານເຊິ່ງຫໍສະໝຸດກອງທັບໄດ້ຮຽບຮຽງ ແລະຮັກສາໄວ້. ງານວາງສະແດງປະກອບມີ 8 ພາກ, ດ້ວຍບັນດາຫົວຂໍ້: “ຈາກບ້ານ ແຊນ ເຖິງທ່າກຳປັ່ນ ຍ່າຣົ່ງ”; “ໂຮ່ຈິມິນ-ບຸລຸດວັດທະນະທຳຜູ້ມີຊື່ສຽງ”, “ວິລະຊົນປົດປ່ອຍຊາດ”, “ພາລະກິດແນວຄິດການທະຫານໂຮ່ຈິມິນ”, “ການຮ່ຳຮຽນ ແລະປະຕິບັດຕາມຄໍາສັ່ງສອນຂອງ ລຸງໂຮ່”...

leftcenterrightdel
ງານວາງສະແດງດຶງດູດຜູ້ຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ພາບ: qdnd.vn.

ນອກຈາກນັ້ນ, ຫໍສະໝຸດກອງທັບຍັງຈັດຕັ້ງການໂອ້ລົມສົນທະນາ “ແນວຄິດປະທານ ໂຮ່ຈິມິນກັບກອງທັບປະຊາຊົນຫວຽດນາມ”, ໂດຍທ່ານ ສຈ, ປອ ຮວ່າງຈິ໋ບ້າວ ສະມາຊິກສະພາທິດສະດີສູນກາງເປັນນັກປາຖະກະຖາ.

ງານວາງສະແດງຈະດໍາເນີນຮອດວັນທີ 15 ພຶດສະພາ.

 

ແປໂດຍ: ເຈິ່ນຮວ່ຽນ