leftcenterrightdel
ຊາວເຜົ່າ ຈຳ ທຳພິທີໄຫວ້ບູຊາໃນງານບຸນທາດ ບ່າ Ponagar. ພາບປະກອບ: tinhuykhanhhoa.vn.
leftcenterrightdel
ປະຊາຊົນເຂົ້າຮ່ວມງານບຸນທາດ ບ່າ Ponagar. ພາບປະກອບ: tinhuykhanhhoa.vn.

ງານບຸນ ເພື່ອແນໃສ່ອາໄລຫາບຸນຄຸນຂອງເຈົ້າແມ່ ແທ໋ງເມົ້າ ທຽນອີອານາ - ຜູ້ເປັນແມ່ຂອງບ້ານເກີດເມືອງນອນທີ່ມີຄຸນງາມຄວາມດີໃນການສອນປະຊາຊົນວິທີປູກຝັງ, ລ້ຽງສັດ, ຕ່ຳຜ້າ. ງານບຸນປີນີ້ມີບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າ ຈຳ, ຄື: ງານບຸນປ່ຽນເຄື່ອງນຸ່ງໃຫ້ເຈົ້າແມ່ແທ໋ງເມົ້າ, ພິທີສວດພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ລອຍກະໂທງຢູ່ຕາມແມ່ນ້ຳ ກ໋າຍ, ພິທີໄຫວ້ບູຊາຕາມປະເພນີ, ບັນດາລາຍການຟ້ອນ ຈຳ, ຟ້ອນຖະຫວາຍບູຊາເຈົ້າແມ່, ສະແດງ ລະຄອນຕ່ວງ,.... ຄາດຄະເນຈະມີນັກທ່ອງທ່ຽວ 10 ກວ່າໝື່ນເທື່ອຄົນເຂົ້າຮ່ວມງານບຸນທາດ ບ່າ Ponagar ໃນໂອກາດນີ້.

ງານບຸນຈະສິ້ນສຸດໃນວັນທີ 8 ພຶດສະພາ.

 

ແປໂດຍ: ທູຮັ່ງ