ໃນທ່າມກາງບັນຍາກາດອັນສັກສິດຂອງຊຸມວັນບູຊາບັນພະບຸລຸດ, ບັນດາການນໍາແຂວງ ຟູ໋ທໍ້ ແລະປະຊາຊົນໃນທົ່ວປະເທດໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຂອງລູກຫຼານ ລາກຮົ່ງ ສໍາລັບບັນພະບຸລຸດ - ບັນດາຜູ້ທີ່ມີຄຸນງາມຄວາມດີສ້າງປະຊາຄົມຊົນເຜົ່າຫວຽດນາມ ຂໍພາວະນາໃຫ້ເຈົ້າຊີວິດ ລາກລອງກວນ ແລະພະແມ່ ເອົາເກີ ດົນບັນດານໃຫ້ປະເທດຊາດມີຄວາມສັນຕິສຸກ, ສາມັກຄີເປັນຈິດໜຶ່ງໃຈດຽວກັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ພິທີບູຊາເຈົ້າຊີວິດ ລາກລອງກວນ. ພາບ: ຮົ່ງສ໋າງ.
leftcenterrightdel
ພິທີແຫ່ເຄື່ອງບູຊາຖະຫວາຍເຈົ້າຊີວິດ ລາກລອງກວນ. ພາບ: ຮົ່ງສ໋າງ.
leftcenterrightdel
ການນໍາແຂວງ ຟູ໋ທໍ້ ພ້ອມກັບພໍ່ແມ່ປະຊາຊົນເຂົ້າຮ່ວມພິທີບູຊາເຈົ້າຊີວິດ ລາກລອງກວນ ແລະພະແມ່ ເອົາເກີ ເປັນຈຳນວນຫຼວງຫຼາຍ. ພາບ: ຮົ່ງສ໋າງ.

ໃນວັນດຽວກັນ, ກໍ່ໄດ້ດໍາເນີນບັນດາການເຄື່ອນໄຫວຄື: ວາງສະແດງເອກະສານ, ວັດຖຸພັນ ດ້ວຍຫົວຂໍ້ວ່າ “ງານບຸນ ແລະການເຫຼື້ອມໃສເຂດດິນແດນບັນພະບຸລຸດ” ຢູ່ຫໍພິພິທະພັນຮູ່ງເວືອງ; ວາງສະແດງ, ແນະນຳໂຄສະນາການທ່ອງທ່ຽວ, ບັນດາຜະລິດ ຕະພັນທີ່ເປັນເອກະລັກສະເພາະຂອງ ຟູ໋ທໍ້; ວາງສະແດງພາບຖ່າຍຂອງ ຟູ໋ທໍ້ ທີ່ສວຍງາມ, ຕີກອງທອງ, ເຊີດສິງໂຕ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮູ່ງ; ລາຍການງານບຸນຕາມທ້ອງຖະໜົນ ແລະລາຍການສິລະປະ ດ້ວຍຫົວຂໍ້ວ່າ “ກົກເຄົ້າກຳເນີດທີ່ສັກສິດ - ດິນແດນບັນພະບຸລຸດຮູ່ງເວືອງ”.

 

ແປໂດຍ: ເຈິ່ນຮວ່ຽນ