ໃນຂອບເຂດລາຍການ, ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງຄື: ການແຂ່ງຂັນຮູບພາບ ດ້ວຍຫົວຂໍ້ວ່າ: “ຄົ້ນພົບປະເທດລ້ານຊ້າງ”; ການສະແດງວາດຟ້ອນທີ່ເປັນມູນເຊື້ອລາວ, ການຊອກຮູ້ກ່ຽວກັບປະເທດລາວ; ແນະນໍາຊຸດອາພອນທີ່ເປັນມູນເຊື້ອ ແລະອາຫານການກິນລາວ, ວາງສະແດງບາງຜະລິດຕະພັນ ແລະເຄື່ອງດົນຕີພື້ນເມືອງຂອງປະເທດລາວ; ຮີດຄອງປະເພນີຂອງຄົນລາວ.

leftcenterrightdel
ບັນດາຜູ້ແທນສະແດງວາດຟ້ອນລໍາວົງໃນວັນບຸນ. ພາບ: ແທງຖຸ໋ຍ-ເລຟຸກ.
leftcenterrightdel
ມອບລາງວັນການແຂ່ງຂັນຮູບພາບ ດ້ວຍຫົວຂໍ້ວ່າ: “ຄົ້ນພົບປະເທດລ້ານຊ້າງ”. ພາບ: ແທງຖຸ໋ຍ-ເລຟຸກ.

ລາຍການດຶງດູດບັນດານັກຮຽນ, ນັກສຶກສາ, ບັນດາຜູ້ຮັກປະເທດ ແລະວັດທະນະທໍາລາວ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ສ້າງເປັນວັນບຸນຟົດຟື້ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ຫວຽດນາມ - ລາວ.

ລາຍການແນະນໍາເຖິງມະຫາຊົນວັດທະນະທໍາປະເພນີຂອງຄົນລາວ ແລະສ້າງໂອກາດໃຫ້ບັນດານັກສຶກສາລາວ ພວມຮໍ່າຮຽນ ຢູ່ນະຄອນ ດ່ານັ້ງ ເຂົ້າຮ່ວມ, ພ້ອມທັງປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ.

 

ແປໂດຍ: ເຈິ່ນຮວ່ຽນ