ງານບຸນປີນີ້ມີຂະໜາດໃຫຍ່ກວ່າທຸກປີ, ດ້ວຍພິທີທີ່ເຄັ່ງຂຶມ ແລະງານບຸນທີ່ຄຶກຄັກມ່ວນຊື່ນ, ສ່ວນກອນລຳໄດ້ຮັບການລົງທຶນຢ່າງລະອຽດລະອໍວາດພາບໃຫ້ເຫັນຊີວິດແຫ່ງການຖືສິນກິນບວດຂອງພະພຸດທະເຈົ້າ ເຈີ່ນເຍີນຕົງ. ງານບຸນນີ້ແມ່ນນອນໃນບັນດາການເຄື່ອນໄຫວທີ່ຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍແຂວງ ກວາງນິງ ເປັນເຈົ້າພາບ.

leftcenterrightdel
ງານບຸນລະດູບານໃໝ່ ອຽນຕື. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດງານບຸນໄດ້ດໍາເນີນການເຄື່ອນໄຫວວັດທະນະທໍາສິລະປະຫຼາຍຢ່າງຄື, ຕີໄກ່, ດຶງເຊືອກ, ໂຍນໝາກຄອນ, ການປັກແສ່ວຫັດຖະກໍາ, ບັນດາວາດຟ້ອນທີ່ເປັນມູນເຊື້ອຂອງຊົນເຜົ່າ ຢາວແທງອີ ຢູ່ ອຽນຕື... ການແຂ່ງຂັນໝາກເສິກ ອຽນຕື; ການສະແດງສິລະປະຢູ່ຂົວ ຖຸຍດິ່ງ, ຫ້ວຍ ຢ້າຍອວານ; ການວາງສະແດງດອກເໝີຍສີເຫຼືອງ ອຽນຕື...

ປີ 2017 ງານບຸນລະດູບານໃໝ່ ອຽນຕື ໄດ້ດຶງດູດແຂກມາຢ້ຽມຊົມ ແລະດໍາເນີນຊີວິດທາງສາສະໜາປະມານ 1,5 ລ້ານເທື່ອຄົນ. ປີນີ້ດ້ວຍການປ່ຽນແປງໃໝ່ກ່ຽວກັບທັດສະນີຍະພາບ ແລະການຈັດຕັ້ງ, ແຂວງ ກວາງນິງ ມີຄວາມມຸ່ງຫວັງວ່າຈະຕ້ອນຮັບແຂກທ່ອງທ່ຽວມາ ອຽນຕື ປະມານ 2 ລ້ານເທື່ອຄົນ.

 

ແປໂດຍ: ເກື່ອງດັ້ງ