ຕາມນັກຂ່າວສໍານັກຂ່າວສານຫວຽດນາມປະຈຳ Cairo, ງານບຸນວັດທະນະທໍາປີນີ້ໄດ້ດຶງດູດແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດມາຊອກຮູ້ບັນດາຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດເປັນຈໍານວນຫຼວງຫຼາຍ. ເຂົ້າຮ່ວມເຫດການວັດທະນະທໍາສາກົນນີ້, ສະຖານທູດຫວຽດນາມ ປະຈໍາ ເອຢິບ ໄດ້ແນະນໍາເອກະສານ, ປຶ້ມ, ໜັງສືພິມ, ຮູບພາບກ່ຽວກັບວັດທະນະທໍາ, ປະຫວັດສາດ, ປະເທດຊາດ ແລະຊາວຫວຽດນາມ, ພິເສດແມ່ນຜົນງານພັດທະນາພົ້ນເດັ່ນຂອງຫວຽດນາມ. ນອກຈາກເອກະສານໂຄສະນາເຜີຍແຜ່ກ່ຽວກັບການທ່ອງທ່ຽວ, ແນະນໍາບັນດາສະຖານທີ່ທ່ອງທ່ຽວທີ່ສ້າງຄວາມປະທັບໃຈ ແລະບັນດາຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງບັນດາເຂດ, ພາກຢູ່ ຫວຽດນາມ ແລ້ວ, ແຂກທ່ອງທ່ຽວຍັງມີໂອກາດຊອກຮູ້ປຶ້ມ, ຮູບພາບ, ແຜນທີ່ ແລະເອກະສານແນະນໍາກ່ຽວກັບທະເລ, ໝູ່ເກາະກໍ່ຄືຊີມບັນດາອາຫານພິເສດສະເພາະທີ່ມີຊື່ສຽງຂອງຫວຽດນາມ ຄື: ແນມຈືນ ແລະກາເຟ.

leftcenterrightdel
ເພື່ອນມິດສາກົນ ແລະຊາວເອຢິບ ຊອກຮູ້ບັນດາເອກະສານວັດທະນະທໍາຫວຽດນາມ. ພາບ: vietnamplus.vn.

ທີ່ງານບຸນ Sakia ປີນີ້, ບັນດາລາຍການສິລະປະວັດທະນະທໍາທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: “ຟ້ອນກຸບ” ໂດຍນັກສຶກສາຫວຽດນາມ ສະແດງໃນຊຸດອາພອນເສື້ອຍາວທີ່ເປັນມູນເຊື້ອກໍ່ຄືລາຍການສະແດງກາຍຍະສິນຂອງນັກສິລະປິນຍິງ ຈິ້ງຈ່າມີ ສັງກັດສະຫະພັນກາຍຍະສິນຫວຽດນາມ ໄດ້ດຶງດູດຄວາມສົນໃຈພິເສດ ແລະສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ.

leftcenterrightdel
ຮ້ານວາງສະແດງຂອງສະຖານທູດຫວຽດນາມ ໄດ້ດຶງດູດຄວາມເອົາໃຈໃສ່ຂອງແຂກທ່ອງທ່ຽວສາ ກົນ. ພາບ: vietnamplus.vn.

ແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ, ທ່ານ ໂດ໋ຮວ່າງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອຢິບ ຢືນຢັນວ່າ ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນພື້ນຖານວັດທະນະທໍາລວມຂອງປະຊາຄົມສາກົນຢູ່ ເອຢິບ, ຄະນະຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະຮອບຄອບຖີ່ຖ້ວນ. ສະຖານທູດຫວຽດນາມ ຫວັງວ່າຜ່ານເຫດການນີ້, ປະຊາຄົມສາກົນຢູ່ Cairo ຈະເຂົ້າໃຈຫຼາຍກວ່າກ່ຽວກັບວັດທະນະທໍາຫວຽດນາມ. ປີ 2018 ກໍ່ເປັນປີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບຫວຽດນາມ-ເອຢິບ ແລະເຫດການວັດທະນະທໍານີ້ກໍ່ແມ່ນສ່ວນໜຶ່ງໃນບັນດາເຫດການເຊິ່ງສະຖານທູດຫວຽດນາມ ຈັດຕັ້ງໃນປີນີ້.

leftcenterrightdel
ນັກສຶກສາຫວຽດນາມ ສະແດງລາຍການ “ຟ້ອນກຸບ” ຢູ່ງານບຸນວັດທະນະທໍາ Sakia. ພາບ: vietnamplus.vn.

ໂດຍໄດ້ຮັບການຈັດຕັ້ງປະຈໍາປີ, ງານບຸນວັດທະນະທໍາສາກົນ Sakia ແມ່ນໂອກາດເພື່ອໃຫ້ບັນດາປະເທດ ແລະເຂດແຄວ້ນທີ່ມາຈາກທົ່ວທຸກທະວີບໃນໂລກແລກປ່ຽນ ແລະພົບປະແລກປ່ຽນວັດທະນະທໍາແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສະໜິດຕິດພັນກັບປະຊາຄົມ.

ແປໂດຍ: ຮວ່າງເຈື່ອງ