ເຊີດສິງໂຕ ຕ້ອງມີເຕັກນິກທີ່ຄ່ອງແຄ້ວ ແລະລະອຽດລະອໍໃນແຕ່ລະຈັງຫວະ. ຜູ້ສະແດງຕ້ອງເຊື່ອມຕົວເຂົ້າກັບສິງໂຕເພື່ອຖ່າຍທອດເຖິງຜູ້ຊົມບັນດາຄວາມຮູ້ສຶກມ່ວນຊື່ນ ແລະໂກດກຽດ, ຮັກແພງ, ຕ້ອງວາດພາບສິງໂຕປຽບເໝືອນສັດໂຕໜຶ່ງທີ່ກໍາລັງຈອບອອຍເຫຍື່ອ ຫຼືກໍາລັງນອນພັກຜ່ອນ... ຮູບການເຊີດສິງໂຕ, ຊຸດເຄື່ອງແບບ, ສີສັນໃນການເຊີດສິງໂຕແມ່ນຮຸ່ງເຮືອງເຫຼືອງເຫຼືອມພໍສົມຄວນ, ບັນຈຸກໍາລັງແຮງ, ຄວາມສວຍງາມ ແລະຄວາມໂຊກດີ, ປັດເປົ່າສິ່ງໂຊກຮ້າຍໃຫ້ໝົດໄປ.

ໃນຊຸມວັນຕົ້ນປີໃໝ່, ເຊີດສິງໂຕບໍ່ພຽງແຕ່ປະຕິບັດຢູ່ງານບຸນ, ພິທີເປີດສະຫຼອງ, ຢູ່ຫໍວິຫານ, ວັດວາອາຮານ, ຕົວເມືອງເທົ່ານັ້ນ... ຫາກຍັງໄດ້ສະແດງຢູ່ໃນຄອບຄົວ, ທ້ອງຖະໜົນ, ໝູ່ບ້ານອີກດ້ວຍ... ດ້ວຍຄວາມຫວັງນໍາມາເຊິ່ງຄວາມໂຊກດີ, ມີໂຊກມີລາບ, ຄວາມສໍາເລັດຜົນ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຊີດສິງໂຕເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຈໍ 2018 ໃນບໍລິເວນແຂວງ ດົ່ງນາຍ.

leftcenterrightdel
ເດັກນ້ອຍຊົນນະບົດເມືອງ ເຕິນຟູ໋ (ແຂວງ ດົ່ງນາຍ) ມີຄວາມກະຕືລືລົ້ນມາເບິ່ງເຊີດສິງໂຕໃນວັນບຸນເຕັດ. ພາບ: ຮວ່າງແທ່ງ-ຕຸ່ງດັງ.
leftcenterrightdel
ລາຍການເຊີດສິງໂຕໃນຄ່ໍາຄືນງານບຸນລະດູບານໃໝ່. ພາບ: ຮວ່າງແທ່ງ-ຕຸ່ງດັງ.
leftcenterrightdel
ເຊີດສິງໂຕໄຂງານບຸນຊ່ວງເຮືອຢູ່ນະຄອນ ບຽນຮວ່າ ວັນທີ 4 ເດືອນ ຈຽງ (ຕາມຈັນທະປະຕິທິນ). ພາບ: ຮວ່າງແທ່ງ-ຕຸ່ງດັງ.
leftcenterrightdel
ເຊີດສິງໂຕ ໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີຈໍ 2018 ຢູ່ຖະໜົນດອກໄມ້ ຫງວຽນວັນຈິ (ນະຄອນ ບຽນຮວ່າ). ພາບ: ຮວ່າງແທ່ງ-ຕຸ່ງດັງ.
leftcenterrightdel
ເຊີດສິງໂຕເປີດສະຫຼອງຕົ້ນລະດູບານໃໝ່. ພາບ: ຮວ່າງແທ່ງ-ຕຸ່ງດັງ.

 

ແປໂດຍ: ຮວ່າງເຈື່ອງ