ໂດຍໄດ້ຮັບການໄຂຂຶ້ນນັບແຕ່ວັນທີ  6 ເດືອນຈຽງ (ຕາມຈັນທະປະຕິທິນ), ງານບຸນ ໂກ໊ລວາ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄຶນເຈົ້າຊີວິດ ອານເຢືອງເວືອງ, ຜູ້ມີຄຸນງາມຄວາມດີໃນການກໍ່ຕັ້ງປະເທດ ເອົາລາກ ເທົ່ານັ້ນ, ຫາກຍັງວາດພາບຫຼາຍພິທີທີ່ເປັນມູນເຊື້ອອີກດ້ວຍ. ງານບຸນກໍ່ແມ່ນໂອກາດເພື່ອຕັກເຕືອນຄົນຮຸ່ນປັດຈຸບັນ ເຊີດຊູສະຕິປົກປັກຮັກສາອະທິປະໄຕຂອງຊາດ, ຮ່ວມແຮງຮ່ວມໃຈໃນກິດຈະກໍາປົກປັັກຮັກສາປະເທດຊາດ. ພວກເຮົາຂໍແນະນຳບາງຮູບພາບທີ່ວາດພາບໃຫ້ເຫັນຄວາມງາມທີ່ເປັນມູນເຊື້ອໃນງານບຸນ ໂກ໊ລວາ.

leftcenterrightdel
ພິທີໄຫວ້ບູຊາ ຢູ່ເດີ່ນວິຫານເຈົ້າຊີວິດ ອານເຢືອງເວືອງ. ພາບ: ດຶກຫາວ
leftcenterrightdel
ຜູ້ອາວຸໂສ ໄຫວ້ບູຊາຕໍ່ດວງວິນຍານເຈົ້າຊີວິດ. ພາບ: ດຶກຫາວ
leftcenterrightdel
ຊາວໜຸ່ມຕາແສງ ໂກ໊ລວາ ເຂົ້າຮ່ວມງານບຸນ. ພາບ: ດຶກຫາວ
leftcenterrightdel
ຍິງທະນູ - ການເຄື່ອນໄຫວວາດພາບເຖິງມູນເຊື້ອປົກປັກຮັກສາປະເທດຊາດຂອງບັນພະບຸລຸດ. ພາບ: ດຶກຫາວ

 

ແປໂດຍ: ທູຈາງ