ເຄື່ອງປັ້ນດິນເຜົາຂອງໝູ່ບ້ານນີ້ມີຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ. ແຕ່ລະຊະນິດມີຄວາມສວຍງາມທີ່ບົ່ງບອກເຖິງສີໄມ້ລາຍມືອັນປານິດ, ລະອຽດອ່ອນຂອງບັນດານາຍຊ່າງທີ່ມີຄວາມຊໍານິຊໍານານທີ່ສືບທອດຈາກຫຼາຍໆລຸ້ນຈົນມາເຖິງປັດຈຸບັນ.

leftcenterrightdel
ນາຍຊ່າງທີ່ມີຄວາມຊໍານິຊໍານານຢູ່ໝູ່ບ້ານດິນເຜົາ ບາດຈາງ

ຄວາມສາມາດການແກ່ງແຍ້ງໃນໄລຍະແຫ່ງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນເປັນສິ່ງທ້າທາຍຫຼາຍສໍາລັບບັນດາຜູ້ປະກອບການຂອງຫຼາຍຄອບຄົວຢູ່ໝູ່ບ້ານດິນເຜົາ ບາດຈາງ. ກ່ອນໜ້ານັ້ນ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈາງ ທີ່ເຄີຍໃຊ້ຝຶນ, ໃຊ້ຖ່ານຫິນເຜົາທີ່ມີຄວາມສິ້ນເປືອງທັງຕົ້ນທຶນ ແລະຄ່າໃຊ້ຈ່າຍສູງ. ປັດຈຸບັນ, ຍ້ອນຫັນມານໍາໃຊ້ເຕັກໂນໂລຢີເຕົາເຜົາທີ່ໃຊ້ດ້ວຍແກັດ ອັນໄດ້ຊ່ວຍປະຢັດພະລັງງານ, ເພີ່ມສະມັດຕະພາບ, ຍົກສູງຄຸນນະພາບ, ຫຼຸດຜ່ອນລາຄາຜະລິດຕະພັນ ແລະຫຼຸດຜ່ອນມົນລະຜິດທາງດ້ານສິ່ງແວດລ້ອມ.

leftcenterrightdel
ອ້າຍ ຈັນທະວົງ ອຸ່ນວິໄລຫົງ (ເບື້ອງຊ້າຍ) ຢ້ຽມຊົມໝູ່ບ້ານ ບາດຈາງ

ປັດຈຸບັນ, ໂດຍໄດ້ຮັບການຊ່ວຍໃຫ້ກູ້ຢືມທຶນຈາກໂຄງການປັບປຸງເຕົາເຜົາໃຊ້ແກັດ ໂດຍປະຢັດພະລັງງານຂອງກອງສິ່ງແວດລ້ອມທົ່ວໂລກທີ່ຂຶ້ນກັບອົງການສະຫະປະຊາຊາດ ເພື່ອການພັດທະນານັ້ນ, ປະຊາຊົນໃນໜູ່ບ້ານແຫ່ງນີ້ ຈຶ່ງໄດ້ມີການປ່ຽນແປງຈິນຕະນາການໃນການຜະລິດ ໂດຍຫັນມານໍາໃຊ້ເຕັກໂນໂລຢີໃໝ່, ສິ່ງນີ້ໄດ້ເຮັດໃຫ້ໂສມໜ້າຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈາງ ປ່ຽນແປງໄປສູ່ອັນໃໝ່ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ສ້າງລາຍຮັບສະເລ່ຍ ໂດຍທົ່ວໄປສູງເຖິງ 1-2 ຕື້ດົ່ງຄອບຄົວຕໍ່ປີ, ພິເສດຂະແໜງທ່ອງທ່ຽວຂອງໝູ່ບ້ານ ກໍ່ໄດ້ມີການພັດທະນາແບບຢືນຍົງເພື່ອອານຸລັກຮັກສາໄວ້ບັນດາແຂກທີ່ມາທ່ຽວຊົມໄດ້ຮຽນຮູ້ເຖິງຊີວິດວັດທະນະທໍາທີ່ເກົ່າແກ່ຂອງໝູ່ບ້ານແຫ່ງນີ້ອີກດ້ວຍ.

leftcenterrightdel
ເຕົາເຜົາໃຊ້ຝຶນ ແລະຖ່ານຫິນ
leftcenterrightdel
 

ຈາກເມື່ອກ່ອນຢູ່ໝູ່ບ້ານດິນເຜົາ ບາດຈາງ ເຊິ່ງທີ່ມີພຽງ 1 ແຫ່ງທີ່ນໍາໃຊ້ເຕົາເຜົາໂດຍໃຊ້ແກັດ, ແຕ່ມາຮອດປັດຈຸບັນແມ່ນມີເພີ່ມຂຶ້ນເຖິງ 131 ແຫ່ງອັນເປັນການທົດແທນເຕົາເຜົາທີ່ໃຊ້ຟືນ ແລະຖ່ານຫິນໃນເມື່ອກ່ອນໄດ້ຢ່າງສິ້ນເຊິງ. ບັນຫາດັ່ງກ່າວອາດເວົ້າໄດ້ວ່າການຜະລິດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ບາດຈາງ ໄດ້ຮັບການຜັນປ່ຽນກໍ່ອາດຈະຍ້ອນຫຼາຍປັດໄຈ ແລະຄວາມທັນສະໄໝຂອງຍຸກແຫ່ງເຕັກໂນໂລຢີໃໝ່ ແລະການນໍາໃຊ້ເຕັກໂນໂລຢີໃໝ່ນີ້ຍັງເປັນການຢັ້ງຢືນເຖິງຄວາມຕັດສິນໃຈຂອງພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວໃຫ້ສາມາດເຊື່ອມໂຍງເຂົ້າກັບສາກົນໄດ້ອີກດ້ວຍ.

ເຄື່ອງປັ້ນດິນເຜົາ ບາດຈາງ ເປັນຜະລິດຕະພັນໜຶ່ງທີ່ສ້າງຊື່ສຽງໃຫ້ປະເທດຊາດຫວຽດນາມ, ເພາະສະນັ້ນຄົນລຸ້ນຫຼັງຕ້ອງໄດ້ຖະໜອມຫອມຮັກປົກປັກຮັກສາມໍລະດົກອັນລໍ້າຄ່າທາງພູມປັນຍາຂອງຊາດແຫ່ງນີ້ໃຫ້ຄົງຢູ່ກັບຜືນແຜ່ນດິນແດນດອກບົວແຫ່ງນີ້ຕະຫຼອດໄປ.

Sitthiphone Labounmy