leftcenterrightdel
ຄະນະຈັດຕັ້ງ ຖ່າຍຮູບເປັນທີ່ລະນຶກກັບຜູ້ຕາງໜ້າບັນດາອົງການສື່ມວນຊົນເຂົ້າຮ່ວມງານບຸນໜັງສືພິມ. ພາບ: ແທ່ງນາມ

ຕາມຄວາມຮັບຮູ້ຂອງພວກຂ້າພະເຈົ້າ, ບັນດາຮ້ານວາງສະແດງຂອງບັນດາອົງການສື່ມວນຊົນປີນີ້ມີຄວາມເຕີບໂຕ ແລະມີຫົວຄິດປະດິດສ້າງ. ທີ່ພິທີປິດ, ຄະນະຈັດຕັ້ງໄດ້ຍ້ອງຍໍ 14 ອົງການສື່ມວນຊົນ, ໜັງສືພິມທີ່ມີຮ້ານວາງສະແດງທີ່ສວຍງາມ, ໃນນັ້ນມີຄະນະປະຈໍາໜັງສືພິມກອງທັບປະຊາຊົນຫວຽດນາມ ປະຈໍາເຂດພາກກາງ-ໄຕງວຽນ.

ພາຍຫຼັງງານບຸນໜັງສືພິມນີ້, ສື່ສິ່ງພິມທີ່ວາງສະແດງທັງໝົດຈະມອບໃຫ້ຫໍສະໝຸດໂຮງຮຽນມັດທະຍົມຕອນປາຍ ຟານຈູຈິງ ເພື່ອເປັນເອກະສານ.

 

ແປໂດຍ: ຮວ່າງເຈື່ອງ