ຈຸດພິເສດໃນລະດູບານໃໝ່ຢູ່ຮ່າໂນ້ຍ ແມ່ນເລີ່ມມາຈາກດອກຄາຍຮ່າໂນ້ຍ. ອາດເວົ້າວ່າ, ບຸນປີໝ່ໃນເມື່ອກ່ອນຫຼືໃນປັດຈຸບັນ, ຮ່າໂນ້ຍ ບໍ່ສາມາດຂາດດອກຄາຍໄດ້. ດອກຄາຍນອກຈາກມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມແລ້ວ, ຍັງມີຄວາມລະອຽດອອ່ນ. ເມື່ອປີໃໝ່, ລະດູບານໃໝ່ວຽນມາ, ຊາວຮ່າໂນ້ຍ ລ້ວນແຕ່ເອົາໃຈໃສ່ເຖິງດອກຄາຍ. ຕ້ອງດໍາລົງຊີວິດຢູ່ຮ່າໂນ້ຍ ມາແຕ່ດົນນານ, ຈຶ່ງເຂົ້າໃຈວ່າ ຊາວຮ່າໂນ້ຍນິຍົມຊົມຊອບດອກຄາຍຄືແນວໃດ.

ອາລົມຈິດຕໍ່ກັບດອກຄາຍຂອງຊາວຮ່າໂນ້ຍ ກໍ່ປະກອບສ່ວນສ້າງເປັນຈຸດພິເສດສະເພາະໃນຍາມລະດູບານໃໝ່ຢູ່ຮ່າໂນ້ຍ. ໃນຊີວິດທີ່ທັນສະໄໝ ມີດອກໄມ້ທີ່ປະເສີດນັບຮ້ອຍຊະນິດດ້ວຍສີສັນຫຼາກຫຼາຍ, ແຕ່ວ່າຊາວຮ່າໂນ້ຍ ຍາມໃດກໍ່ນິຍົມດອກຄາຍ.

leftcenterrightdel
ດອກໄມ້ຫຼາຍຊະນິດຕ່າງໆໄດ້ສ້າງເປັນສັນຍາລັກຂອງນະຄອນຫຼວງ ຮ່າໂນ້ຍ. ພາບ: ແອງຖາວ

ຈຸດພິເສດສະເພາະໃນລະດູບານໃໝ່ຢູ່ຮ່າໂນ້ຍ ຍັງສະແດງໃຫ້ເຫັນຜ່ານອາຫານການກິນທີ່ລະອຽດອ່ອນ, ຜ່ານບັນດາງານບຸນທີ່ເປັນເອກະລັກສະເພາະ. ສໍາລັບຊາວຮ່າໂນ້ຍ, ໃນລະດູບານໃໝ່ປີ 1946 ດ້ວຍການຕໍ່ສູ້ຕ້ານລ່າເມືອງຂຶ້ນຝະລັ່ງ, ລະດູບານໃໝ່ປີ 1972 ດ້ວຍບັ້ນຮົບ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ” ແມ່ນບັນດາລະດູບານໃໝ່ທີ່ບໍ່ສາມາດຫຼົງລືມໄດ້, ຍ້ອນມັນໄດ້ນໍາມາເຊິ່ງລະດູບານໃໝ່ທີ່ສົດໃສໃຫ້ທົ່ວປະເທດ ດ້ວຍບັນດາໄຊຊະນະແຫ່ງການສູ້ຮົບທີ່ດັງກ້ອງກັນວານໄປທົ່ວໂລກ.

ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບນາມມະຍົດອັນສູງສົ່ງໂດຍໂລກມອບໃຫ້ເປັນນະຄອນເພື່ອສັນຕິພາບ. ລະດູບານໃໝ່ໃນສັນຕິ ພາບ ແລະການປ່ຽນແປງໃໝ່ໄດ້ເຮັດໃຫ້ຈຸດພິເສດສະເພາະໃນຍາມລະດູບານຢູ່ຮ່າໂນ້ຍ ນັບມື້ນັບສວຍງາມ ແລະອຸດົມສົມບູນກວ່າ. ຊາວຮ່າໂນ້ຍ ແລະເພື່ອນມິດຈະຢູ່ໃກ້ຫຼືໄກລ້ວນແຕ່ຮັກແພງນະຄອນຫຼວງ ຮ່າໂນ້ຍ.

ຈຸດພິເສດສະເພາະໃນຍາມລະດູບານຢູ່ຮ່າໂນ້ຍ ນັ້ນພັດແມ່ນຂອງໝົດທຸກຄົນ!

 

ແປໂດຍ: ທູຈາງ